ການສໍາມະນາ: ນາຍຫນ້າອະສັງຫາລິມະຊັບ ຄັ້ງທີ 8

ມາ​ສ້າງລາຍ​ໄດ້​ເສີມ​ດ້ວຍ​ນາຍ​ຫ​ນ້າ​ອະ​ສັງ​ຫາ​ໃຫ້​ສຳ​ເລັດ ເຮັດ​ແນວ​ໃດ ​ຫລັກ​ສູດ​ນີ້​ມີ​ຄຳ​ຕອບ ສໍາມະນາ: ນາຍຫນ້າອະສັງຫາລິມະຊັບ ຄັ້ງທີ 8 ມີ​ເຄດ​ລັບ​ຄວາມ​ຮູ້​ໃຫມ່ໆ​ມາ​ບອກ! ຮຽນ​ຈົບ​ສາ​ມາດ​ເປັນ​ນາຍ​ຫ​ນ້າ​ຫາ​ເງິນ​ໄດ້​ເລີຍ

ຈະ​​ຮຽນຮູ້​ຫ​ຍັງ​ແດ່ຫລັງ​ຈາກ​ງານ​ສຳ​ມະ​ນາ

– ແນວ​ຄວາມ​ຄືດ (Mindset) ຂ​ອງ​ການ​ເປັນ​ນາຍ​ຫ​ນ້າ​ໃຫ້​ສຳ​ເລັດ

– ຮຽນຮູ້ ແລະ ເຂົ້າໃຈພື້ນຖານການເປັນນາຍໜ້າອະສັງຫາລິມະຊັບ

– ການ​ສ້າງ​ຍີ່​ຫໍ້​ຂອງ​ຕ​ົວ​ວ​ເອງ​ໃນ​ວົງ​ການ

– ຈົດ​ທະ​ບຽນ​ເປີດ​ບໍ​ລິ​ສັດ​ນາຍ​ຫ​ນ້າ

– ວິທີຫາຊັບມາຂ່າຍ ແລະ ການເຮັດການຕະຫຼາດຜ່ານຊ່ອງ

– ຮູ້ຈັກທັກສະ, ເຕັກນິກ ແລະ ວີທິປິດການຂາຍຂັ້ນສຸດຍອດ

– ການວິເຄາະຕະຫຼາດ, ປະເມີນເຈົ້າຂອງຊັບ ແລະ ກຸ່ມລູກຄ້າເປົ້າໝາຍ

– ນາຍ​ຫ​ນ້າ​ສູ່​ສາ​ກົນ

– ມີເອກະສານ ແລະ ຊັບໃຫ້ລອງເລີ່ມຕົ້ນຂາຍ ຫຼື ລົງທຶນທັນທີ

 

ຜູ້ເຂົ້າຮ່ວມ

  1. ນັກຮຽນ-ນັກສຶກສາ ທີ່ສົນໃຈເຂົ້າຮຽນຮູ້ຂອງໂລກຂອງການສ້າງລາຍຮັບຈາກອະສັງຫາລິມະຊັບເຈົ້າຂອງນັກທຸລະກິດທີ່ຕ້ອງການຜັນໂຕເອງສູ່ໂລກທຸລະກິດອະສັງຫາລິມະຊັບ
  2. ຜູ້ປະກອບການທຸລະກິດອະສັງຫາລິມະຊັບ
  3. ນາຍໜ້າອະສັງຫາລິມະຊັບຕ້ອງ​ການ​ຍົກ​ລະ​ດັບ
  4. ຜູ້ທີ່ກໍາລັງດໍາເນີນໂຄງການດິນຈັດສັນ ຫຼື ໝູບ້ານຈັດສັນ
  5. ຜູ້​ທີ່​ສົນ​ໃຈ​ທົວ່​ໄປ

ຮູບແບບສໍາມະນາ

 

ບັນຍາຍ ພ້ອມເອກະສານຜ່ານ PowerPoint ແລະ ຍົກຕົວຢ່າງກໍລະນີສຶກສາ. ສໍາລັບພາສາທີ່ໃຊ້ແມ່ນເປັນພາສາລາວ ແລະ ມີຄໍາສັບທີ່ເປັນພາສາອັງກິດບາງສ່ວນເພື່ອໃຫ້ນັກສໍາມະນາກອນເຂົ້າໃຈເລິກເຊີ່ງຕື່ມ.

 

ຄ່າທຳ​ນຽມ:

ຄ່າເຂົ້າຮ່ວມຝຶກອົບຮົບ 900,000 ກີບ ( ອາຫານຫວ່າງ, ອາຫານທ່ຽງ , ເອກະສານການຝຶກອົບຮົມ ແລະ ໃບຢັ້ງຢືນ)

ລົງ​ທະ​ບຽນ​ກ່ອນ​ວັນ​ທີ 1/10/2022 ແມ່ນ 900,000 ກີບ

ລົງ​ທະ​ບຽນ​ຫລັງ​ວັນ​ທີ 1/10/2022 ແມ່ນ 1,000,000 ກີບ

ວັນ​ທີ​ຈັດ: ເສົາ​ທີ 22/10/2022

ສະ​ຖານ​ທີ: ຫ້ອງ​ປະ​ຊຸມ ສະ​ພາ​ການ​ຄ້າ ແລະ ອຸດ​ສະ​ຫະ​ກຳ ແຫ່ງ​ຊາດ ບ ໂພນ​ພະ​ເນົາ ມ ໄຊ​ເສດ​ຖາ

Kaysone Phomvihane Ave, Ban Phonphanao Saysettha District, Vientiane Capital, Lao PDR P.O.Box: 4596

 

Office: (856-21) 453 312-4
Fax: (856-21) 452 580

ເວລາ 08:30-17:30 pm

ຈ​ຳ​ນວນ​ຜູ້​ເຂົ້າ​ຮ່​ວມ: 20 -25 ຄົນ

ແຜນ​ທີ: https://goo.gl/maps/htZ7Lm6gvV1RvQDP6

ພາຍຫຼັງຮຽນຈົບພວກເຮົາແນະນໍາເຄືອຂ່າຍ ແລະ ລົງໄປຢ້ຽມຢາມບໍລິສັດທີ່ເຮັດວຽກກ່ຽວກັບອະສັງຫາລິມະຊັບ

ຮຽນຈົບສາມາດເລີ່ມຕົ້ນອາຊີບນາຍໜ້າອະສັງຫາລິມະຊັບໄດ້ທັນທີ ພ້ອມກັບສາມາດເຮັດວຽກຮ່ວມກັບ ບ/ສ Rentsbuy

 

  1. ໃຫ້ຄໍາປືກສາຕໍ່ເນື່ອງຜ່ານກຸ່ມ WhatApps ພ້ອມກັບສ້າງເປັນເຄື່ອຂາຍກຸ່ມອະສັງຫາລິມະຊັບແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານ ກ່ຽວກັບອະສັງຫາລິມະຊັບແບບຕໍ່ເນື່ອງ
  2. ສ້າງເປັນກຸ່ມເພື່ອຊ່ວຍເຫຼືອ ແລະ ຊ່ວຍຂາຍອະສັງຫາລິມະຊັບຊ່ວຍກັນແບບ “Partner”

ສອບຖາມຂໍ້ມູນລົງ​ທະ​ບຽນ

Tel/Wa : 020 23333347

Email : ​info@rentsbuy.com

www.rentsbuy.com

ເນື້ອ​ໃນສ​ຳ​ມະ​ນາ

Download updated Course Outline #8

 

ບັນ​ຍາ​ກາດ​ການ​ງານ​ສຳ​ມະ​ນາ​ຄັ້ງ​ທີ​ຜ່ານ​ມາ

Compare listings

Compare