Search
Price Range

ກຸ່ມບໍລິສັດສຽນເສິງ (Qiancheng Group) ໄດ້ເປີດຕົວໂຄງການຂອງບໍລິສັດ ສຽນເສີງໜື່ງ ອະສັງຫາລິມະຊັບ ພາຍໃຕ້ຊື່ ໂຄງການລາວເຊັນເຕີ Lao Center.

ທີ່ນະຄອນຫຼວງວຽງຈັນ, ວັນທີ 26-27 ຕຸລາ 2024 ກຸ່ມບໍລິສັດສຽນເສິງ (Qiancheng Group)

ໄດ້ຈັດງານລ້ຽງທີ່ຍິ່ງໃຫຍ່ເພື່ອເປີດຕົວໂຄງການຂອງບໍລິສັດ ສຽນເສີງໜື່ງ ອະສັງຫາລິມະຊັບ ພາຍໃຕ້ຊື່ ໂຄງການລາວເຊັນເຕີ Lao Center. ການເປີດຕົວດ້ວຍຮູບແບບທີ່ແປກໃໝ່ນີ້ ເຮັດໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ, ຍິ່ງໄປກວ່ານັ້ນ ຍັງເປັນການສະທ້ອນໃຫ້ເຫັນເຖິງ ຫຼັກການຄວາມມຸ່ງໝັ້ນ 5 ຢ່າງສໍາຄັນ ຂອງກຸ່ມບໍລິສັດສຽນເສິງ ເຊິ່ງໄດ້ແກ່:ການນໍາໃຊ້ຜະລິດຕະພັນທີ່ດີທີ່ສຸດ, ການແນະນໍາຂອງລູກຄ້າແບບປາກຕໍ່ປາກ, ການປັບປ່ຽນການໃຊ້ຊີວິດແບບໃໝ່ໃຫ້ດີຂື້ນ, ຄຸນນະພາບມາດຕະຖານສາກົນ, ການບໍລິການທີ່ສົມບູນແບບ.

ກຸ່ມບໍລິສັດ ສຽນເສິງ ແມ່ນບໍລິສັດໃນເຄື່ອຂອງ ບໍລິສັດ ຮົງກົງ ລົງທືນ ນາໆຊາດ ຈໍາກັດ (Hong Kong United International Investment Limited Company), ມີສໍານັກງານຕັ້ງຢູ່ນະຄອນຫຼວງວຽງຈັນ. ທຸລະກິດຫຼັກຂອງບໍລິສັດ ຄອບຄຸມທາງດ້ານການລົງທືນການເງິນ, ການຄ້າສາກົນ, ການພັດທະນາອະສັງຫາລິມະຊັບ ແລະ ອື່ນໆອີກຫຼາກຫຼາຍຂະແໜງການ. ຖືວ່າເປັນອົງກອນໜື່ງ ທີ່ມີວິໄສທັດເບິ່ງການໄກລະດັບສາກົນ, ບໍລິສັດມີທີມງານບໍລິຫານທຸລະກິດ, ນັກອອກແບບ, ກົນລະຍຸດລະດັບສາກົນ ແລະ ລະບົບສະໜອງວັດສະດຸທີ່ມີຄຸນນະພາບ. ບໍລິສັດມຸ່ງໝັ້ນໃນການປະຕິບັດ ແລະ ຢຶດຖືໃນແນວຄວາມຄິດ “ຈີງໃຈ, ເປີດກ້ວາງ, ໄຊຊະນະຮ່ວມກັນ ແລະ ເຕີບໂຕຮ່ວມກັນ”ມາໂດຍຕະຫຼອດ, ບໍລິສັດຖືໄດ້ວ່າເປັນຜູ້ນໍາໃນຂະແໜງການພັດທະນາອະສັງຫາລິມະຊັບ. ໃນຂະນະດຽວກັນນັ້ນ, ບໍລິສັດ ຍັງມີຄວາມກະຕືລືລົ້ນໃນການຂະຫຍາຍທຸລະກິດການຄ້າລະຫວ່າງປະເທດ, ມຸ່ງໝັ້ນແກ້ໄຂບັນຫາທາງການຄ້າ ແລະ ໃຫ້ບໍລິການລູກຄ້າແບບຄົບວົງຈອນ. ບໍລິສັດຢຶດຖືການດໍາເນີນທຸລະກິດຕາມຫຼັກການ “ພັດທະນາຕົວເມືອງສວຍງາມ ແລະ ເພີ່ມມູນຄ່າໃຫ້ແກ່ສິ່ງທີ່ລູກຄ້າຈະໄດ້ຮັບ” ໂດຍເນັ້ນໃສ່ ຕະຫຼາດໃນລາວ, ເຜີຍແຜ່ວັດທະນະທໍາທ້ອງຖິ່ນ ແລະ ຍົກສູງທາງດ້ານຊັບພະຍາກອນມະນຸດ, ເຄົາລົບພື້ນແຜ່ນດິນ ແລະ ທໍາມະຊາດທີ່ສວຍງາມຂອງລາວ ໂດຍຖືເອົາການນໍາສະເໜີຜະລິດຕະພັນຄຸນນະພາບສູງ ແລະ ແນວຄິດການໃຫ້ບໍລິການແບບໃຫມ່ໆ, ມີຄວາມກະຕືລືລົ້ນໃນການເຂົ້າສໍາຫຼວດ ແລະ ປະຕິບັດຕົວຈິງ ເພື່ອໃຫ້ເກີດຄວາມສົມດູນລະຫວ່າງການພັດທະນາສັງຄົມ ເສດຖະກິດ ແລະ ສິ່ງແວດລ້ອມ, ສ້າງເມືອງທີ່ໜ້າຢູ່ອາໃສ, ຈະເລີນຮຸ່ງເຮືອງ ແລະ ໃຫ້ສອດຄ່ອງກັບແຜນພັດທະນາຕົວເມືອງແບບຍືນຍົງ.
ງານຄອນເສີດຄັ້ງນີ້ ຈັດຂື້ນທີ່ໂຊນດ້ານຫຼັງສູນການຄ້າພາກຊັນ, ໂດຍມີສີລະປິນ ແລະ ນັກຮ້ອງ ຊື່ດັງທັງໃນ ແລະ ຕ່າງປະເທດເຂົ້າຮ່ວມສະແດງ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍການຈັດເຕັມທັງພາບ ແລະ ສຽງທີ່ໜ້າຕື່ນຕາຕື່ນໃຈ, ການເປີດຕົວໂຄງການດ້ວຍວິທີທີ່ແປກໃໝ່ນີ້ ບໍ່ພຽງແຕ່ໄດ້ສ້າງຄວາມບັນເທິງໃຫ້ແກ່ສັງຄົມໃນວົງກວ້າງເທົ່ານັ້ນ ແຕ່ຍັງເປັນການສ້າງພາບຈໍາຄວາມປະທັບໃຈຂອງສັງຄົມທີ່ມີຕໍ່ ໂຄງການລາວເຊັນເຕີ້.
ຜູ້ອຳນວຍການບໍລິສັດສຽນເສິງ ທ່ານ ຫົງກາວໝິງ ໄດ້ແນະນຳຄູ່ຮ່ວມທຸລະກິດຝ່າຍລາວ ທ່ານ ໄກ່ສັກສີ ບົວໃບອ່ອນ ປະທານບໍລິສັດ ລາວມະຫາຊັບຈຳກັດ ພ້ອມທັງໄດ້ກ່າວໄວ້ໃນຕອນເປີດງານວ່າ, ງານລ້ຽງຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງເປີດຕົວໂຄງການລາວເຊັນເຕີ້, ແຕ່ຍັງເປັນການຕອບແທນສັງຄົມຄືນອີກຮູບແບບໜື່ງ ທີ່ສໍາຄັນ, ທ່ານໄດ້ເນັ້ນວ່າ, ການພັດທະນາຂອງອົງກອນ ປາສະຈາກບໍ່ໄດ້ຈາກການຊ່ວຍເຫຼືອ, ການສະໜັບສະໜູນຈາກພັກລັດ ແລະ ສັງຄົມ. ດັ່ງນັ້ນ, ງານຄອນເສີດຄັ້ງນີ້ ຈື່ງຖືເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ສັງຄົມ.
ງານຄອນເສີດໃນຄັ້ງນີ້ ບໍ່ພຽງແຕ່ໃຫ້ບັນດາທ່ານໄດ້ຮັບຮູ້ຂອງຕະຫຼາດຜ່ານຄວາມບັນເທິງເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖີງແນວຄວາມຄິດອັນລິເລີ່ມ ການອອກແບບທີ່ເປັນເອກະລັກ ແລະ ວິຖີຊີວິດທີ່ໄດ້ຮັບຄຸນນະພາບສູງ.
1. ການວາງແຜນໂຄງການ: ໂຄງການລາວເຊັນເຕີ້ ຕັ້ງຢູ່ໃນເຂດໃຈກາງຕົວເມືອງນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 144,300 ຕາແມັດ, ເປັນໂຄງການທີ່ປະສົມປະສານລະຫວ່າງໂຮງແຮມສະໄຕລ໌ຄອນໂດມີນຽມ, ຄອນໂດມີນຽມເພື່ອຢູ່ອາໃສ, ສູນການຄ້າ ແລະ ສິ່ງອໍານວຍຄວາມສະດວກຫຼາກຫຼາຍປະເພດ. ໂຄງການລາວເຊັນເຕີ້ ຖືເປັນໂຄງການສໍາຄັນຂອງກຸ່ມບໍລິສັດສຽນເສິງ ໃນການລົງທືນ ແລະ ພັດທະນາອະສັງຫາລິມະຊັບ, ໂດຍໂຄງການໄດ້ຜ່ານ ແນວຄິດການວາງແຜນ ແລະ ອອກແບບທີ່ທັນສະໄໝ, ເພື່ອນໍາສະເໜີການສ້າງຜະລິດຕະພັນທີ່ດີມີຊື່ສຽງ ແລະ ສົ່ງເສີມການພັດທະນາຂອງຕົວເມືອງນະຄອນຫຼວງວຽງຈັນ.
2. ການພັດທະນາຕົວເມືອງ ແລະ ການສ້າງຊື່ສຽງທາງການຕະຫຼາດ: ໂຄງການນີ້ ຕັ້ງຢູ່ເຂດໃຈກາງນະຄອນຫຼວງວຽງຈັນ ເຊີ່ງເປັນສະຖານທີ່ທີ່ມີທ່າແຮງໃນການພັດທະນາຊັບພະຍາກອນມະນູດ ບໍລິສັດຈະເປັນເຈົ້າການໃນການຂັບເຄື່ອນການພັດທະນາເສດຖະກີດໂດຍຮອບ ແລະ ຍົກລະດັບຄຸນນະພາບຂອງຕົວເມືອງ ໂດຍຜ່ານການວາງແຜນທາງດ້ານວິທະຍາສາດ ບໍລິສັດໄດ້ຖືໂອກາດນຳເອົາງານລ້ຽງໃນຄັ້ງນີ້ ແລະໄດ້ປະສົບຜົນສຳເລັດການດືງດູດຜູ້ຄົນເປັນວົງກວ້າງຢ່າງຫຼວງຫຼາຍ ທັງຍັງສົ່ງເສີ່ມການສ້າງພາບລັກທີ່ດີ ແລະ ມີອິດທິພົນທາງການຕະຫຼາດນຳອີກ.
3. ການນໍາສະເໜີວິຖີຊີວິດແບບໃໝ່: ໂຄງການນີ້ໃຊ້ແນວຄິດແບບເສດຖະກິດສ່ວນຮ່ວມ ແລະ ການໃຊ້ຊີວິດຮ່ວມກັນແບບຊຸມຊົນເປັນຫຼັກ, ມີພື້ນທີ່ສ່ວນກາງໄວ້ບໍລິການຫຼາກຫຼາຍ ເຊັ່ນ: ຫ້ອງຄົວລວມ, ສູນຫຼີ້ນກິດຈະກໍາສໍາລັບຄອບຄົວ, ຫໍສະໝຸກ, ຫ້ອງຟິດເນັດ, ຫ້ອງໂຢຄະ, ຫ້ອງຮັບຮອງ ແລະ ອື່ນໆ ເພື່ອແນໃສ່ວິຖີການດຳລົງຊີວິດຄົນໃນຕົວເມືອງແບບສະໄໝໃໝ່.
4. ການຮັບປະກັນຄຸນນະພາບ: ໂຄງການໄດ້ເອົາໃຈໃສ່ໃນດ້ານການຄັດເລືອກວັດສະດຸກໍ່ສ້າງ ການຄວບຄຸມການກໍ່ສ້າງ, ການກວດກາຄຸນນະພາບດ້ວຍມາດຕະຖານທີ່ເຂັ້ມງວດໂດຍຜ່ານເຕັກໂນໂລຊີການກໍ່ສ້າງແບບໃໝ່ ແລະ ລະບົບຮັກສາປອດໄພຂັ້ນສູງ, ສ້າງສະພາບແວດລ້ອມທີ່ໜ້າຢູ່ ແລະ ປອດໄພໃຫ້ກັບລູກຄ້າ ການອອກແບບທີ່ເປັນເອກະລັກສະເພາະ ປະສົມປະສານລະຫວ່າງຄວາມສູງຂອງສະຖານທີ່ ແລະ ສະພາບແວດລ້ອມ, ພື້ນທີ່ກາງແຈ້ງ, ພື້ນທີ່ໃນຮົ່ມເພື່ອຕອບ ສະໜອງຄຸນນະພາບຊີວິດໃຫ້ດີຂື້ນກວ່າເກົ່າ ນອກນັ້ນ ພາຍໃນອາຄານຍັງມີລິບຄວາມໄວສູງຖຶງ 13 ເຄື່ອງ ນຳໃຊ້ຮູບແບບການແບ່ງໂຊນຕ່ຳສູງຢ່າງລະອຽດ ເພື່ອສ້າງເງື່ອນໄຂໃຫ້ແກ່ຜູ້ຊົມໃຊ້.
5. ແນວທາງປະຕິບັດໃນການບໍລິການ ໂຄງການນີ້ເປັນຄວາມ ຕັ້ງໃຈຂອງບໍລິສັດຢາກໃຫ້ລູກຄ້າໄດ້ມີສິ່ງອໍານວຍຄວາມສະດວກໃນການດໍາລົງຊີວິດ, ແລະ ໄດ້ກຽມພ້ອມເປັນຕົ້ນແມ່ນສະລອຍນ້ໍາກະຈົກໃສກາງແຈ້ງ, ຮ້ານອາຫານຕາມສັ່ງ, ຮ້ານອາຫານແບບສະເພາະ, ຫ້ອງຮັບຮອງຊັ້ນດາດຟ້າ, ພື້ນທີ່ສ່ວນກາງ, ເຮືອນຄົວລວມ, ສູນຫຼິ້ນກິດຈະກຳສຳຫຼັບຄອບຄົວ ແລະ ອື່ນໆ. ນອກຈາກນັ້ນຍັງມີ, ຫໍສະໝຸດ, ຟິດເນັດໂຢຄະ, ຮ້ານ ເສີມສວຍ, ຮ້ານສະປາ, ຮ້ານລ້າງລົດ ແລະ ການບໍລິການອື່ນໆອີກຫຼາກຫຼາຍທີ່ລວມກັນໄວ້ໃນທີ່ດຽວ, ໃຫ້ລູກຄ້າໄດ້ເຂົ້າເຖິງການບໍລິການ ແລະ ໄດ້ຮັບຄວາມພຶງພໍໃຈ ສາມາດຮອງຮັບຄວາມຕ້ອງການ “ໃຊ້ຊີວິດຄວາມເປັນຢູ່ໜື່ງອາທິດ” ຂອງລູກຄ້າໄດ້ແບບບໍ່ຊ້ຳໃນທຸກມື້. ພ້ອມດຽວກັນນີ້, ໂຄງການຍັງໄດ້ສະໜອງການຕົບແຕ່ງ 3 ແບບ ເພື່ອຕອບສະໜອງຄວາມຕ້ອງການສ່ວນບຸກຄົນຂອງລູກຄ້າ ທີ່ແຕກຕ່າງກັນຢ່າງຄົບຖ້ວນ.
 
  • ໂຄງການອອກແບບມີທັງໝົດ 953 ຫ້ອງ
  • ຂະໜາດເລີ້ມແຕ່52 – 165ຕາແມັດ
  • ເນື້ອທີ່ດີນສຳປະ ທານ7,595ຕາແມັດ
  • ໄລຍະເວລາສຳປະທານ 50 ປີ

🧱 ພື້ນທີ່ແລະອາຄານ

📅 ເວລາກໍ່ສ້າງ: ແຜນແມ່ນຈະໃຫ້ແລ້ວສໍາເລັດພາຍໃນປີ 2028

🏢 ອາຄານທີ່ປະກອບດ້ວຍ:

🔹 1. ອາຄານຮອງ 12 ຊັ້ນ

  • ສໍາລັບສໍານັກງານບໍລິສັດ ທັງພາຍໃນ ແລະພາຍນອກ
  • ບ່ອນຈອດລົດຫຼາຍຊັ້ນ
  • ພື້ນທີ່ໃຫ້ບໍລິການອຳນວຍຄວາມສະດວກແກ່ຜູ້ອາໄສໃນໂຄງການ

🔹 2. ອາຄານຫຼັກ 46 ຊັ້ນ (ສູງ 155 ແມັດ)

  • ຊັ້ນ 1–4: ບ່ອນຈອດລົດທັນສະໄໝ ຮອງຮັບໄດ້ຫຼາຍຄັນ
  • ຊັ້ນ 5–17: ໂຮງແຮມຫ້າດາວ ມາດຕະຖານສາກົນ
  • ຊັ້ນ 19–45: ຄອນໂດມີນ້ຽມທີ່ຫຼູຫຼາ ມອບປະສົບການເຫມືອນຢູ່ໂຮງແຮມທຸກໆວັນ

🛍️ ສິ່ງອໍານວຍຄວາມສະດວກຄົບວົງຈອນ

  • ໂຮງແຮມຫ້າດາວ ທີ່ພ້ອມໃຫ້ບໍລິການ
  • ຄອນໂດລະດັບພຣີມ້ຽມ ພ້ອມທຳເລ ແລະ ວິວເມືອງສວຍງາມ
  • ສູນການຄ້າ ແລະ Shopping Plaza
  • ຮ້ານອາຫານລະດັບສາກົນ ແລະ ທ້ອງຖິ່ນ
  • ສະປາ ແລະ ຟິດເນັດເຕີ
  • ສະຖານທີ່ສໍາລັບຈັດປະຊຸມ, ງານແຕ່ງງານ  ແລະ  Event Hall

ແຫຼ່ງຂ່າວຈາກ: Lao Mahasub Group – ກຸ່ມບໍລິສັດ ລາວມະຫາຊັບ