ບໍລິສັດ Good Media Company ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ

ບໍລິສັດ Good Media Company ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ  ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ

ໃນວັນທີ 20/11/2023 ຂອງວັນສຸກ ທີ່ ບໍລິສັດ Good Media Company  ໄດ້ມີພິທີເຊັນສັນຍາຄູ່ຮ່ວມຍຸດທະສາດລະຫວ່າງ ບໍລິສັດ Good Media Company ແລະ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ ໃຫ້ກຽດລົງນາມເຊັນສັນຍາໂດຍ ປະທານ ທ່ານ ຊົງຈຽນເຟິງ  ເປັນ​ສັກ​ຂີ​ພະ​ຍານ​ ໂດຍ​ ທ່ານ ຍົນນິກອນ  ໃຫ້ ບໍລິສັດ Good Media Company ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ, ພ້ອມດ້ວຍຮອງຜູ້ອຳນວຍການ ແລະ ພະນັກງານວິຊາການຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພະຍານ.

ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອການເປັນຄູ່ຮ່ວມຍຸດທະສາດກັນລະຫວ່າງ ບໍລິສັດ Good Media Company ແລະ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ, ສົ່ງເສີມການຕະຫຼາດກຸ່ມລູກຄ້າຄົນຈີນແລະໃນຊ່ອງທາງຕ່າງໆໂດຍການຮ່ວມມືຂອງທັງສອງຝ່າຍ.

Compare listings

Compare