​ສຳ​ມະ​ນາ: ຄວາມ​ຮູ້​ພື້ນ​ຖານ​ການ​ປະ​ເມີນ​​ມູນ​ຄ່າ​ຊັບ​ສິນ #3

ບໍລິສັດ LaoValue Property Valuation ຈໍາກັດຜູ້ດຽວ ຮ່ວມມືກັບ ອາຈານ ຈາກ ວິທະຍາໄລເຕັກນິກສັບພະວິຊາດ້ານວຽກງານການບໍລິຫານທີ່ດິນ ແລະ ວຽກງານການປະເມີນລາຄາ ເຊິ່ງອາຈານມີປະສົບປະການສອນ ແລະ ປະຕິບັດຕົວຈິງມາ 15 ກ່ວາປີ ຫລັກສູດນີ້ເປັນຫລັກສູດ ຄວາມຮູ້ພື້ນຖານ ກ່ຽວກັບການປະເມີນມູນຄ່າຊັບສິນ ເພື່ອການລົງທືນແບບມາດຕະຖານສາກົນ ທ່ານສາມາດກຳໜົດມູນຄ່າຊັບສິນໄດ້ຢ່າງຫມັ້ນໃຈ ແລະ ຢ່າງມີວິທະຍາສາດໃນການຕັດສິນໃຈ ທ່ານທີ່ເຮັດກ່ຽວກັບອະສັງຫາ ເຊັ່ນ: ນັກລົງທືນ ຝ່າຍສິນເຊື່ອ ນັກປະເມີນ ຜູ້ພັດທະນາເຮືອນທີ່ດິນ ຈັດສັນດິນຂາຍ ແມ່ນຄວນຮູ້ເຄື່ອງມືເຫຼົ່ານີ້ໄວ້.

ເພື່ອຮຽນຮູ້:

  • ຄວາມຮູ້ທີ່ເປັນຫຼັກການພື້ນຖານດ້ານການປະເມີນມູນຄ່າຊັບສິນ
  • ຫຼັກການເບື້ອງຕົ້ນທາງດ້ານເສດຖະສາດທີ່ນໍາມາໃຊ້ໃນວຽກງານການປະເມີນມູນຄ່າຊັບສິນ
  • ຂະບວນການ ແບລະ ຂັ້ນຕອນຂອງການປະເມີນມູນຄ່າຊັບສິນ
  • ການກໍານົດບັນດາປັດໃຈທີ່ມີຜົນກະທົບກໍ່ກັບມູນຄ່າຊັບສິນ
  • ການນໍາສະເໜີວິທີການປະເມີນມູນຄ່າຊັບສິນທີ່ມີການນໍາໃຊ້ກັນທົ່ວໄປ
  • ການກວດສອບເອກະສານທີ່ດິນທີ່ຈໍາເປັນ ແລະ ການເກັບກໍາຂໍ້ມູນທີ່ສໍາຄັນເພື່ອປະກອບໃສ່ໃນການປະເມີນມູນຄ່າຊັບສິນ.
  • ຄວາມຮູ້ພື້ນຖານວິທີການ ຂອງການປະເມີນມູນຄ່າຊັບສິນ ລວມທັງຕົວຢ່າງການປະເມີນມູນຄ່າຊັບສິນດ້ວຍວິທີປຽບທຽບລາຄາຕະຫຼາດ(Market approach)
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີຕົ້ນທຶນ(Cost approach) ພ້ອມດ້ວຍຕົວຢ່າງຂອງການປະເມີນມູນຄ່າຂອງຊັບສິນປະເພດຕ່າງໆ.
  • ຄວາມຮູ້ພື້ນຖານວິທີການ ແລະ ຫຼັກການກ່ຽວກັບການປະເມີນມູນຄ່າຊັບສິນດ້ວຍວິທີລາຍໄດ້(Income approach)
  • ຄວາມຮູ້ພື້ນຖານກ່ຽວກັບຫຼັກການ ການປະເມີນມູນຄ່າສິດທິການເຊົ່າ(Lease)

ບຸກຄົນທີ່ຄວນເຂົ້າຮ່ວມ:

ຝ່າຍສິນເຊື່ອ, ນັກປະເມີນຫລັກຊັບ, ທີ່ປືກສາ, ນາຍຫນ້າທີ່ມີເປົ້າຫມາຍຢາກເປັນນັກພັດທະນາອະສັງຫາ ແລະ ອາຊີບທົ່ວໄປທີ່ກ່ຽວຂອງກັບອະສັງຫາລິມະຊັບເຈົ້າຂອງອະສັງຫາລິມະຊັບ, ຜູ້ບໍລິຫານ, ນັກລົງທືນອະສັງຫາ ທີ່ເປັນອົງກອນ ຫລື ສ່ວນຕົວ.ພະນັກງານຂອງພາກລັດທີ່ເຮັດໜ້າວຽກກ່ຽວກັບການປະເມີນຊັບສິນ ຫນ່ວຍງານຄຸ້ມຄອງຫລັກຊັບທະນາຄານ ຫລື ຜູ້ຮັບພີຊອບການເງິນ ການປ່ອຍກູ້ ປ່ອຍສິນເຊື່ອ ແລະບຸກຄົນທົ່ວໄປ

ວັນທີ: 28-30 ສິງຫາ, 2019 (ສະມະນາ 3 ວັນ)

ສະຖານທີ່: ໂຮງແຮມແລນມາກ ແຄມຂອງ ນະຄອນຫລວງວຽງຈັນ.(ຈະແຈ້ງອີກຕື່ມຫາກມີການປ່ຽນແປງ)

ວາລະການສຳມະນາ:


ວິທີການສຳມະນາ:
ບັນຍາຍ ພ້ອມ ເອກະສານ PowerPoint ທິດສະດີ ພ້ອມຕົວຢ່າງ

ຄ່າທຳນຽມ:

ລົງທະບຽນກ່ອນວັນທີ່ 19/08/2019 ແມ່ນ 250 ໂດລ້າ
ລົງທະບຽນຫລັງວັນທີ່ 19/08/2019 ແມ່ນ 300 ໂດລ້າ ປິດຮັບວັນທີ່ 26/08/2019
ຄ່າທຳນຽມ ລວມອາຫານຫວ່າງ ແລະ ອາຫານສວາຍ 3 ມື້

ຈຳນວນຜູ້ເຂົ້າຮ່ວມ: 20 ຄົນ

ລົງທະບຽນ: ບໍລິສັດ ລາວວາລູ ໂປຣເປີຕີ້ ວາລູເອຊັນ ຈຳກັດຜູ້ດຽວ
ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ມືຖື: 02023333347 ໂທ: 021 262319/20 www.laovalue.com

ໃບຮັບຮອງດ້ານວິຊາການ:

ສຳນັກງານ ຄະນະຄຸ້ມຄອງຫລັກຊັບ ໃບຮັບຮອງເລກທີ່ 31/ສຄຄຊ ລົງວັນທີ 15/08/2019

Compare listings

Compare