ເຮືອນ ເປັນຄໍາທີ່ມີຄວາມໝາຍຫຼາຍກວ່າທີ່ຢູ່ອາໄສສໍາລັບຄົນສ່ວນໃຫຍ່, ແຕ່ມັນໝາຍເຖິງຄວາມຝັນ ແລະ ຊີວິດທັງຊີວິດ. ດັ່ງນັ້ນ, ກ່ອນທີ່ເຮົາຈະສ້າງເຮືອນຂອງເຮົາຈັກຫຼັງກໍ່ຄວນຈະເຂົ້າໃຈຄວາມຕ້ອງການຂອງຕົວເອງ ລວມເຖິງສິ່ງທີ່ຈໍາເປັນຕ່າງໆ ທີ່ຈະເຮັດໃຫ້ເຮືອນຂອງເຮົາເປັນຄືກັບທີ່ພັກກາຍ ແລະ ທີ່ພັກໃຈໃນຍາມທີ່ເຮົາພັກຈາກຄວາມອິດເມື່ອຍຂອງການເຮັດວຽກປະຈໍາວັນຢ່າງແທ້ຈິງ.
ດັ່ງນັ້ນ, ມື້ນີ້ພວກເຮົາຈະມາສະເໜີຂໍ້ຄິດໃຫ້ແກ່ຄົນຢາກມີເຮືອນທຸກຄົນທີ່ຄວນຮູ້ໄວ້ ເພື່ອໃຫ້ເຮືອນຂອງພວກເຮົາອອກມາຄືດັ່ງທີ່ຝັນໄວ້ຫຼາຍທີ່ສຸດ ແລະ ຕອບໂຈດທຸກເລື່ອງໄດ້ຢ່າງຄົບຖ້ວນ ໂດຍສະຫຼຸບອອກມາແບບຫຼັກ 20 ຂໍ້ ດ້ວຍກັັນດັ່ງນີ້:
1. ສະຖານທີ່ຕັ້ງເຮືອນ:
ຄວາມສໍາຄັນຂອງສະຖານທີ່ຕັ້ງນັ້ນເປັນຄວາມສໍາຄັນອັນດັບທໍາອິດທີ່ພວກເຮົາຕ້ອງຄິດກ່ອນຈະປຸກເຮືອນ ເນື່ອງຈາກພວກເຮົາຈໍາເປັນຕ້ອງຄິດເຖິງການເດີນທາງລະຫວ່າງເຮືອນໄປຫາບ່ອນເຮັດວຽກ, ໂຮງຮຽນ, ຕະຫຼາດ, ສູນການຄ້າ, ຄິວລົດ, ລາຄາທີ່ດິນ. ລວມເຖິງຄວາມປອດໄພຂອງບໍລິເວນຢູ່ທີ່ຕ້ອງບໍ່ປ່ຽວຈົນເກີນໄປ ໃນເວລາກາງຄືນອີກ ແລະ ຢ່າຄາດຫວັງກັບໂຄງການຕ່າງໆທີ່ຍັງບໍ່ຮູ້ວ່າຈະເກີດຂຶ້ນ ຫຼື ບໍ່, ບໍລິເວນນັ້ນຈະມີລົດທາງສາຍໃໝ່ໆຜ່ານ, ທາງດ່ວນ ເພາະພວກເຮົາບໍ່ອາດຮັບຮອງໄດ້ວ່າມັນຈະເກີດຂຶ້ນຕອນໃດ, ຄວນເລືອກຈາກສະພາບປັດຈຸບັນທີ່ເໝາະສົມທີ່ສຸດຈະດີກວ່າ.
2. ຈະຖົມດິນສູງປານໃດດີ:
ອັນນີ້ເປັນຄໍາຖາມທີ່ນິຍົມກ່ອນການປຸກເຮືອນ, ບາງຄົນບອກ 50 ຊັງຕີແມັດ, ບາງຄົນກໍ່ວ່າ 30 ຊັງຕີແມັດ ທີ່ຈິງມັນຄວນຖົມປານໃດ? ຄໍາຕອບຂອງເລື່ອງນີ້ກໍ່ແລ້ວແຕ່ຄວາມມັກບໍ່ມີກໍານົດທີ່ແນ່ນອນ ພຽງແຕ່ມັນຈະຕ້ອງສູງກວ່າລະດັບຖະໜົນຄອນກຣີດ ຫຼື ສູງກວ່າປະມານ 50 ຊັງຕີແມັດກໍ່ພຽງພໍ ແຕ່ຖ້າຖະໜົນໜ້າເຮືອນເປັນຖະໜົນດິນແດງກໍ່ໃຫ້ເພີ່ມຄວາມສູງຂອງລະດັບດິນເປັນ 1 ແມັດ ເພື່ອເປັນການຮອງຮັບ ຄວາມສູງຂອງທາງທີ່ຈະເພີ່ມສູງຂຶ້ນໃນຕໍ່ໜ້າ. ອີກປັດໄຈໜຶ່ງຄືລະດັບນໍ້າຖ້ວມສູງສຸດໃນບໍລິເວນນັ້ນ, ຖ້າສາມາດຫາຂໍ້ມູນໄດ້ພວກເຮົາກໍ່ຄວນຖົມທີ່ດິນໃຫ້ສູງກວ່າລະດັບດັ່ງກ່າວປະມານ 50 ຊັງຕີແມັດຂຶ້ນໄປ, ການຖົມດິນເພື່ອສ້າງເຮືອນຂອງເຈົ້າຂອງເຮືອນ ຈໍາເປັນຕ້ອງເພື່ອການຍຸບຕົວຂອງດິນຄືເພີ່ມປະລິມານດິນສູງຂຶ້ນໄປອີກ 30% ເພື່ອໃຫ້ດິນຍຸບລົງ.
3. ທິດທາງແດດລົມກັບການວາງ
ຕໍາແໜ່ງເຮືອນ:
ຫຼາຍໆຄົນອາດຈະຄິດວ່າເລື່ອງນີ້ມັນຈະບໍ່ສໍາຄັນປານໃດ, ຈະສ້າງເຮືອນບ່ອນໃດກໍ່ມີລົມ ແລະ ສິ່ງທີ່ສໍາຄັນພວກເຮົາເປີດແອໝົດມື້ຢູ່ແລ້ວບໍ່ໜ້າຈະມີຫຍັງເປັນກັງວົນ, ໃຜກໍາລັງມີຄວາມຄິດແບບນີ້ຖືວ່າຜິດ, ເປັນຫຍັງຕ້ອງເບິ່ງທິດທາງແດດ – ລົມກ່ອນການວາງຕໍາແໜ່ງເຮືອນ ເພື່ອໃຫ້ເປັນເຮືອນທີ່ຢູ່ຢ່າງສະບາຍ, ມີຄວາມສຸກ ແລະ ປະຢັດພະລັງງານ.
ປົກກະຕິແສງແດດຂອງບ້ານພວກເຮົາ ເປັນແນວຕາເວັນອອກແລ້ວອ້ອມໂຄ້ງໄປທາງໃຕ້ກ່ອນຈະຕົກໃນທິດຕາເວັນຕົກ ຈະເຮັດໃຫ້ທິດໃຕ້ໄປຈົນເຖິງທິດຕາເວັນຕົກ ໄດ້ຮັບແສງແດດຫຼາຍທີ່ສຸດຂອງວັນຄື: ຕັ້ງແຕ່ຫຼັງທ່ຽງໄປຈົນເຖິງ 17 ໂມງ, ດ້ານນີ້ຈຶ່ງຄວນເປັນສ່ວນຫຼັງເຮືອນ, ສ່ວນທາງທິດຕາເວັນອອກຈະໄດ້ຮັບແສງອ່ອນໆໃນຕອນເຊົ້າ ແລະ ແສງຈະແຮງຫຼາຍພຽງແຕ່ 10 ໂມງເຊົ້າຈົນເຖິງທ່ຽງກໍ່ພຽງແຕ່ 3 ຊົ່ວໂມງ ຍິ່ງທິດເໜືອແລ້ວຍິ່ງໄດ້ຮັບແດດໜ້ອຍທີ່ສຸດ 2 ດ້ານນີ້, ຈຶ່ງເໝາະຈະວາງຕໍາແໜ່ງຂອງຫ້ອງພັກຜ່ອນທີ່ຕ້ອງການແສງລົບກວນໜ້ອຍເຊັ່ນ: ຫ້ອງນອນ ແລະ ຫ້ອງນັ່ງຫຼິ້ນ.
4. ຮູບແບບ ແລະ ລາຄາປະເມີນການກໍ່ສ້າງເຮືອນ:
ຮູບແບບເຮືອນມີຫຼາຍແບບໃຫ້ເລືອກຕາມຄວາມນິຍົມ ແລະ ຄວາມມັກສ່ວນຕົວຂອງຜູ້ຢູ່ອາໄສ ຕັ້ງແຕ່ຮູບແບບທີ່ມີຄວາມຊັບຊ້ອນຫຼາຍຢ່າງແບບເຮືອນຊົງລາວ, ເຮືອນແບບຊົງລາວປະຍຸກ ຫຼື ແບບໂມເດິ້ນ ເລື່ອງຂະບວນການກໍ່ສ້າງນີ້ທີ່ເຮັດໃຫ້ເຮືອນແຕ່ລະຮູບແບບມີລາຄາທີ່ແຕກຕ່າງກັນໄປ.
5. ຄວາມຕ້ອງການພື້ນຖານຂອງເຈົ້າຂອງເຮືອນ:
ການທີ່ເຮົາຈະສ້າງເຮືອນຫຼັງໃດໜຶ່ງເຮົາຈຳເປັນຕ້ອງຮູ້ກ່ອນວ່າເຮົາຕ້ອງການຫຍັງ? ເຮືອນຫຼັງໃຫຍ່ຊ່ຳໃດ, ຢູ່ນຳກັນຈັກຄົນ, ມີຄົນສູງອາຍຸບໍ່, ຕ້ອງການເຮືອນຮູບແບບໃດ, ມີລົດຈັກຄັນ, ຕ້ອງການຫ້ອງນັ່ງຫຼິ້ນໃຫຍ່ ຫຼື ນ້ອຍ, ຕ້ອງການຫ້ອງນໍ້າໃຫຍ່ ຫຼື ບໍ່ ເຊິ່ງທັງໝົດເຮົາເອີ້ນວ່າ: ຄວາມຕ້ອງການພື້ນຖານໃນການອອກແບບເຮືອນ, ເຮົາຕ້ອງຕອບຕົນເອງກັບເລື່ອງເຫຼົ່ານີ້ໃຫ້ໄດ້ກ່ອນຈຶ່ງຈະສາມາດອອກແບບສ້າງເຮືອນໃນຝັນຕາມ ຄວາມຕ້ອງການຂອງເຮົາໄດ້ຢ່າງບໍ່ຂາດຕົກບົກຜ່ອງ.
6. ການວາງຕຳແໜ່ງຫ້ອງຕ່າງໆ:
ເຄີຍສົງໄສກັນບໍ່ວ່າເປັນຫຍັງເຂົ້າເຮືອນຕ້ອງເຫັນຫ້ອງຮັບແຂກກ່ອນ ແທນທີ່ຈະເປັນຫ້ອງນອນ ແຕ່ຖ້າເຮັດຫ້ອງນອນກ່ອນຫຼາຍຄົນຄົງຈະວ່າມັນບໍ່ງາມ ແລະ ບໍ່ເໝາະທີ່ຈະໃຫ້ແຂກເຫັນຫ້ອງນອນກ່ອນຈະໄປເຫັນຫ້ອງນັ່ງຫຼິ້ນ, ແຕ່ຖ້າເອົາແບບເຫັນຫ້ອງນອນກ່ອນແລ້ວຈຶ່ງເຫັນຫ້ອງນັ່ງຫຼິ້ນໄປໃຊ້ກັບການປຸກອາພາດເມັນ ຫຼື ຄອນໂດ ແມ່ນເປັນເລື່ອງທີ່ບໍ່ແປກເພາະມັນມີພື້ນທີ່ຈຳກັດ ຫາກແມ່ນເຮືອນແລ້ວເຂົ້າເຮືອນໄປຕ້ອງພົບຫ້ອງຮັບແຂກກ່ອນແລ້ວຖັດໄປຈຶ່ງແມ່ນຫ້ອງນອນ, ເຮືອນຄົວ. ສະນັ້ນ, ຜູ້ທີ່ຈະສ້າງເຮືອນບໍ່ຄວນເຮັດຕາມທີ່ຕົນເອງມັກຢ່າງດຽວ, ຍິ່ງເຮືອນມີຄວາມຊັບຊ້ອນຫຼາຍຄ່າໃຊ້ຈ່າຍກໍ່ຍິ່ງເພີ່ມຂຶ້ນ.
7. ທິດທາງການວາງຂັ້ນໄດ:
ຖ້າເບິ່ງເລື່ອງນີ້ໃນແງ່ຂອງຮວງຈຸ້ຍເຂົາກໍ່ຈະບອກວ່າຢ່າຫັນຂັ້ນໄດເຮືອນໄປທາງທິດຕາເວັນຕົກ ເພາະເປັນທິດທີ່ກ່ຽວກັບຄົນຕາຍ ແລະ ສິ່ງບໍ່ດີທັງຫຼາຍທັງປວງ ຫາກໃຜສ້າງຂັ້ນໄດໄປທາງນັ້ນມັນຈະມີແນວໃດແນວໜຶ່ງເກີດຂຶ້ນ, ແຕ່ຖ້າວ່າຕາມຫຼັກການອອກແບບແລ້ວກໍ່ບໍ່ແນະນຳໃຫ້ຫັນຂັ້ນໄດໄປທາງທິດຕາເວັນຕົກເຊັ່ນດຽວກັນ ເພາະຈາກທິດຕາເວັນຕົກເປັນທິດທີ່ມີແສງຕາເວັນຕອນບ່າຍຂ້ອນຂ້າງແຮງຈະເຮັດໃຫ້ການໃຊ້ງານຂອງຂັ້ນໄດທີ່ມີແສງແດດສ່ອງຕາອາດຈະເຮັດໃຫ້ເຈົ້າຂອງເຮືອນເຫຼື້ອມຕາ, ແສບຕາ ຈົນກໍ່ເກີດອຸບັດເຫດໄດ້ນັ້ນເອງ ແຕ່ຖ້າຈຳເປັນຕ້ອງວາງກໍ່ບໍ່ຄວນໃຫ້ດ້ານໜ້າຂອງຂັ້ນໄດປິ່ນໄປທາງທີ່ມີແສງແດດສ່ອງ.
8. ຄວາມສູງລູກຕັ້ງ, ລູກນອນ ແລະ ຈຳນວນຂັ້ນໄດ:
ເລື່ອງຂອງຄວາມສູງຂອງລູກຕັ້ງລູກນອນຂັ້ນໄດນັ້ນ ບໍ່ເກີນ 20 ຊັງຕີແມັດ ແລະ ກວ້າງບໍ່ໜ້ອຍກວ່າ 22 ຊັງຕີແມັດ, ຕົວເລກດັ່ງກ່າວໃຊ້ສຳລັບເຮືອນທົ່ວໄປທີ່ຜ່ານການສຶກສາ ແລະ ຄິດໄລ່ມາແລ້ວວ່າເໝາະສົມ, ສ່ວນຈຳນວນຂອງຂັ້ນໄດນັ້ນບໍ່ໄດ້ມີກົດກຳນົດແຕ່ຕາມຄວາມເຊື່ອແມ່ນໃຫ້ເປັນເລກຄີກ ເພາະຫາກເປັນເລກຄູ່ເຊື່ອກັນວ່າຈະເປັນເລກບໍ່ດີ ແຕ່ຄວາມຈິງແມ່ນຄວນຄຳນຶງເຖິງຄວາມປອດໄພເປັນອັນດັບທຳອິດຫຼາຍກວ່າ.
9. ເພື່ອຄວາມສູງຂອງເພດານໄວ້ເທົ່າໃດ?:
ໂດຍປົກກະຕິຄວາມສູງຂອງເພດານໂດຍທົ່ວໄປຈະວັດແທກຈາກລະດັບພື້ນເຖິງເພດານຢ່າງໜ້ອຍບໍ່ໃຫ້ຫຼຸດ 2.49 ຊັງຕີແມັດ ຫາກຕ່ຳກວ່ານັ້ນຈະຮູ້ສຶກອຶດອັດແຕ່ເຮັດສູງກວ່ານັ້ນແມ່ນກໍ່ຈະຮູ້ສຶກໂລ່ງດີ ແຕ່ຢ່າໃຫ້ສູງເກີນໄປເພາະມັນຈະສິ້ນເປືອງງົບຫຼາຍກວ່າເກົ່າ ເພາະຫາກເຮັດເພດານສູງຝາເຮືອນກໍ່ຈະຕ້ອງໄດ້ກໍ່ສູງຂຶ້ນອີກເປັນຕົ້ນ.
10. ທິດທາງການເປີດປະຕູພາຍໃນເຮືອນ:
ການຕິດຕັ້ງປະຕູວ່າຈະໄຂໄປທາງໃດນັ້ນກໍ່ມີຄວາມສຳຄັນເຊັ່ນກັນ ໂດຍສະເພາະ ຫາກຕິດຕັ້ງປະຕູໜ້າເຮືອນ ຖ້າເຮົາຕິດຕັ້ງປະຕູຜິດທາງອາດຈະເຮັດໃຫ້ພົບຄວາມຫຍຸ້ງຍາກ ໂດຍສະເພາະເຮືອນທີ່ຢູ່ຕິດກັບທາງໃຫຍ່ຫາກຈະໄປຕິດຕັ້ງການເປີດປະຕູອອກໄປທາງ ໃຫຍ່ມັນກໍ່ຈະສ່ຽງຫຼາຍຢ່າງ ແລະ ທັງມີ ຄວາມສ່ຽງອີກ, ປະຕູເຂົ້າເຮືອນໃຫຍ່ກໍ່ບໍ່ຄວນອວ່າຍໜ້າໄປທາງຖືກແດດ ຫຼື ຝົນ ແລະ ຄວນຈະໃຫ້ໄຂລ່ວງໄປທາງນອກແທນທີ່ຈະໄຂບານປະຕູເຂົ້າມາທາງໃນເຮືອນ.
ນີ້ຄື 10 ຂໍ້ ຄວນຮູ້ກ່ອນການສ້າງເຮືອນ ທີ່ທີມງານເຮົາມາແນະນຳໃນມື້ນີ້. ສ່ວນອີກ 10 ຂໍ້ຈະມີຫຍັງຕິດຕາມຕື່ມໃນສະບັບວັນອັງຄານທີ 26 ທັນວາ.
ແຫຼ່ງທີ່ມາຈາກ: ເສດຖະກິດການຄ້າ