ອອກໃບຕາດິນຊໍ້າຊ້ອນ ເກີດຈາກວິຊາການ ແລະເຈົ້າຂອງດິນເອງ

ທີ່ດິນຖືເປັນຊັບສິນທີ່ມີຄ່າ ແລະເປັນທີ່ຕ້ອງການຫຼາຍໃນສັງຄົມລາວ ສະນັ້ນຈິ່ງມັກມີກໍລະນີສວຍໂອກາດເກີດຂຶ້ນທີ່ກ່ຽວພັນກັບທີ່ດິນເປັນຕົ້ນບັນຫາໃບຕາດິນຊ້ຳຊ້ອນ, ເລື່ອງນີ້ພາກສ່ວນກ່ຽວຂ້ອງຍອມຮັບຕົ້ນເຫດຫຼັກຂອງບັນຫາພະນັກງານວິຊາການມີສ່ວນຮ່ວມກັບເຈົ້າຂອງດິນຈຳນວນໜຶ່ງ.
ທ່ານ ບຸນທາມ ພຸດທະວົງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ຊີ້ແຈ້ງສາເຫດການອອກໃບຕາດິນຊໍ້າຊ້ອນ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາປະຊາຊົນ ຊຸດທີ 1 ຂອງນະຄອນຫຼວງວຽງຈັນ ຄັ້ງວັນທີ 24-26 ກໍລະກົດ 2019 ດັ່ງນີ້:

1 ຍ້ອນການສຶກສາອົບຮົມການເມືອງແນວຄິດ, ການຕິດຕາມ, ກວດກາ ການປະຕິບັດໜ້າທີ່ຕໍ່ພະນັກງານ ທີ່ຮັບຜິດຊອບຍັງບໍ່ທັນໄດ້ດີ ຈຶ່ງເຮັດໃຫ້ເກີດມີແນວຄິດສວຍໃຊ້ສິດ, ໜ້າທີ່ ຫຼື ຕໍາແໜ່ງ ເພື່ອຊອກຫາຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນ ເປັນສາຍເຫດເຮັດໃຫ້ການຄຸ້ມຄອງທີ່ດິນ ເກີດປະກົດການຫຍໍ້ທໍ້ເປັນຕົ້ນ: ສໍານວນຕອນດິນເສຍ, ບໍ່ປະຕິບັດຕາມຂັ້ນຕອນການອອກສໍາເນົາໃບຕາດິນ.
2 ຜ່ານມາມີເອກກະສານຫຼາຍປະເພດ ທີ່ຢັ້ງຢືນກ່ຽວກັບສິດນໍາໃຊ້ທີ່ດິນ ທີ່ນໍາໃຊ້ເປັນຫຼັກຊັບຄໍ້າປະກັນເປັນຕົ້ນ: ໃບຢັ້ງຢືນນໍາໃຊ້ທີ່ດິນ, ໃບແຜນຕາດິນ, ໃບແຈ້ງທີ່ດິນ, ໃບແຈ້ງເສຍພາສີທີ່ດິນ, ໃບແຈ້ງສໍາມະໂນທີ່ດິນກະສິກໍາ ຈຶ່ງເຮັດໃຫ້ປະຊາຊົນເຂົ້າໃຈວ່າ ບໍ່ຈໍາເປັນຕ້ອງມີໃບຕາດິນກໍໄດ້.
3 ພະນັກງານວິຊາການ ແລະ ພະນັກງານຂັ້ນບ້ານຈໍານວນໜຶ່ງ ຍັງຖືເບົາຕໍ່ການປະຕິບັດຂັ້ນຕອນ, ລະບຽບການ ການສໍາຫຼວດ-ວັດແທກ ຕາມ 7 ບາດກ້າວການອອກໃບຕາດິນຢ່າງເຂັ້ມງວດ

4 ຜູ້ເປັນເຈົ້າຂອງສິດນໍາໃຊ້ທີ່ດິນ ມີເຈດຕະນາລະເມີດກົດໝາຍ ດ້ວຍການຫຼອກລວງ ຫຼື ສົມຮູ້ຮ່ວມຄິດກັບນາຍບ້ານ, ພະນັກງານທີ່ດິນ ເພື່ອອອກໃບຕາດິນ.
5 ມີພະນັກງານທີ່ກ່ຽວຂ້ອງຈໍານວນໜຶ່ງ ຂາດຄວາມຮັບຜິດຊອບ ຫຼື ມີເຈດຕະນາລະເມີດກົດໝາຍ ສົມຮູ້ຮ່ວມຄິດກັບລູກໜີ້ ຫຼື ພະນັກງານທີ່ດິນ ດໍາເນີນສ້າງເອກກະສານກ່ຽວກັບທີ່ດິນ ບໍ່ສອດຄ່ອງກັບກົດໝາຍເພື່ອອອກໃບຕາດິນ.
6 ໃນເວລາມີການຄໍ້າປະກັນການກູ້ຢືມນອກລະບົບ ໄດ້ມີການສ້າງເອກະສານຢັ້ງຢືນການມອບ-ໂອນໃນຕາດິນ ໃຫ້ເຈົ້າໜີ້ (ການໂອນລອຍ) ພ້ອມກັນເລີຍ ສ້າງພ້ອມກັບການເຊັນສັນຍາຄໍ້າປະກັນ ເຊິ່ງເປັນການລະເມີດກົດໝາຍ.

7ພະນັກງານວິຊາການຈໍານວນໜ້ອຍໜຶ່ງ ຍັງບໍ່ຍອມຮັບຂໍ້ບົກພ່ອງ ພາໃຫ້ມີການປ່ອຍປະລະເລີຍ ແກ້ໄຂບັນຫາທີ່ເກີດຂຶ້ນ, ຢ່າງຈິງຈັງ.
8 ໃນເວລາທີ່ທະນາຄານ ຮັບຫຼັກຊັບຄໍ້າປະກັນທີ່ດິນ ເພື່ອປ່ອຍກູ້ ມີຫຼາຍກໍລະນີບໍ່ໄດ້ນໍາໄປຈົດທະບຽນທີ່ດິນ ນໍາຂະແໜງທີ່ດິນ ຈຶ່ງເຮັດໃຫ້ທະນາຄານບໍ່ສາມາດຕິດຕາມ ແລະ ກວດກາການເຄື່ອນໄຫວ ຫຼື ການປ່ຽນແປງຂອງໃບຕາດິນດັ່ງກ່າວໄດ້.

ແຫຼ່ງທີ່ມາຈາກເສດທະກິດການຄ້າ

Join The Discussion

Compare listings

Compare