ຕຳ​ແໜ່ງ: ຮອງ​ຜູ້​ອຳ​ນວຍ​ການ

ຕຳ​ແໜ່ງ: ຮອງ​ຜູ້​ອຳ​ນວຍ​ການ

ບໍ​ລິ​ສັດ: ນາຍ​ຫນ້າ​ອະ​ສັງ​ຫາ ເຣັ​ນ​ສະ​ບາຍ RentsBuy (Rents and Buy Property)

ສະ​ຖານ​ທີ​ປະ​ຈຳ​ການ: ນະ​ຄອນ​ຫລວງວຽງ​ຈັນ

ປະ​ເພດ​ວຽກ: ເຕັມ​ໂມງວຽກ Fulltime

RentsBuy ແມ່ນບໍລິສັດນາຍໜ້າບໍລິການອະສັງຫາລິມະສັບທີ່ສ້າງຕັ້ງຂື້ນໃນປີ 2008 ກຳ​ລັງ​ຈະ​ມີ​ການ​ປັບ​ປຸງ​ ແລະ ຕ້ອງ​ການ ຮອງ​ອຳ​ນວຍ​ການ​ທີ​ມີ​ຄວາມ​ຮູ້ ຄວາ​ມ​ສາ​ມາດ ແລະ ປະ​ສົບ​ປະ​ການ​ເຂົ້າ​ມາ​ເສີມ​ທິມ​ງານ​ຄະ​ນະ​ບໍ​ລິ​ຫານ​ຂອງ​ພວກ​ເຮົາ ເຊິ່ງ​ເປັນ​ຕຳ​ແຫນ່ງ​ທີ​ສຳ​ຄັນໃນ​ການ​ບໍ​ລິ​ຫານ​ຈັດ​ການ, ນຳ​ພາ​ທິມ​ງານ​ໃຫ້​ບັນ​ລຸ​ເປົ້າ​ຫມາຍ​ຍຸດ​ທະ​ສາດ​ຂອງ​ບໍ​ລິ​ສັດ​ແຕ່​ລະ​ໄລ​ຍະ, ຕຳ​ແຫນ່ງ​ນີ​ແມ່ນ​ຕ້ອງ​ການ​ຄົນ​ທີ​ມີ​ທັກ​ສະ​ການ​ເປັນ​ຜູ້​ນຳ​ສູງ, ມີ​ປະ​ສົບ​ປະ​ການ​ດ້ານ​ອະ​ສັງ​ຫາ ຫລື ບໍ​ລິ​ຫານຈັດ​ການ​ອົງ​ກອນ. ຕຳ​ແຫນ່ງ​ນີ້​ຈະ​ເບິ່ງ​ພາບ​ລວມ​ຂອງ​ອົງ​ກອນ, ທິດ​ທາງ​ທຸ​ລະ​ກິດ, ນຳ​ພາ​ອົງ​ກອນ​ໃຫ້​ເຕີມ​ເຕັມ​ແລະ​ເຕີບ​ໂຕ ໃຫ້​ບັນ​ລຸ​ເປົ້າ​ຫມາຍ​ດ້ານ​ການ​ບໍ​ລິ​ຫານ, ດ້ານ​ການ​ເງິນ, ດ້ານ​ການ​ຂະ​ຫຍາຍຕາ​ຫນ່າງ

​ຫນ້າ​ທີ​ ແລະ​ ຄວາມ​ຮັບ​ພິ​ຊອບຫລັກ​ມີດັ່ງ​ນີ້:

  1. ດ້ານ​ການ​ນຳ​ພາ ​ແລະ​ ວາງ​ແຜນ​ກົນ​ລະ​ຍຸດ:
    • ຊ່ວຍ​ປະ​ທານ ແລະ ອຳ​ນວຍ​ການ​ໃນ​ການ​ນຳ​ພາ​ທິມ​ງານ​ປະ​ຕິ​ບັດ​ຕາມ​ແຜນ​ຍຸດ​ທະ​ສາດ ໄລ​ຍະ​ກາງ​ແລະ​ໄລ​ຍະ​ຍາວ​ໃຫ້​ບັນ​ລຸ
    • ເບິ່ງ​ຕະ​ຫລາດ​ໃຫມ່ໆ ແລະ ໂອ​ກາດ​ໃຫມ່ໆ ໃນ​ການ​ຂະ​ຫຍາຍ​ຕາ​ຫນ່າງ​ທຸ​ລະ​ກິດ
    • ໃຫ້​ຮັບ​ປະ​ກັນ​ແຕ່​ລະ​ພະ​ແນກ​ໃຫ້​ເດີນ​ຕາມ​ແຜນ
  2. ດ້ານ​ວຽກບໍ​ລິ​ຫານ
    • ເບິ່ງວຽກ​ບໍ​ລິ​ຫານ​ປະ​ຈຳ​ວັນ ​ຂອງ​ແຕ່​ລະ​ພະ​ແນກ​ທີ​ຕົນ​ເອ​ງ​ຮັບ​ພິ​ຊອບໃຫ້​ມີ​ປະ​ສິດ​ທິ​ພາບ
  3. ​ການ​ຂາຍ
    • ຕິດ​ຕາມ ແລະ ໃຫ້​ຄຳ​ແນະ​ນຳ ​ກັບ ​ທິມ​ງານບໍ​ລິ​ການ​ລູກ​ຄ້າ ໃຫ້​ສາ​ມາດ​ປິດ​ການ​ຂາຍ​ໃຫ້​ໄດ້ເປົ້າ​ຫມາຍ​ປະ​ຈຳ​ເດືອນ
  4. ການ​ຕະ​ຫລາດ
    • ສ້າງ​ພາບ​ລັກ​ຂອງ​ການ​ບໍ​ລິ​ການ​ຂອງ​ບໍ​ລິ​ສັດຜ່ານ​ສື​ອອນ​ລາຍ​ຂອງ​ບໍ​ລິ​ສັດ ການ​ໂຄ​ສະ​ນາ ການ​ຣີ​ວິວ​ອະ​ສັງ​ຫາ
    • ສ້າງ​ສາຍ​ສຳ​ພັນ​ກັບ​ບັນ​ດາ​ລູກ​ຄ້າ​ກຸ່ມ​ເປົ້າ​ຫມາຍທີ່​ເປັນ​ລູກ​ຄ້າ​ເບື້ອງ​ການ​ເຊົ່າ​ຫລື​ຊື້ ແລະ ລວມ​ທັງ​ເຈົ້າ​ຂອງ​ຊັບ​ສິນ
    • ໃຫ້​ສື​ສັງ​ຄົມ​ອອນ​ລາຍ​ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ​ໃນ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ອະ​ສັງ​ຫາ ຫລື ​ເຮັດ​ການ​ຕະ​ຫລາດ
  5. ດ້ານ​ບຸກ​ຄະ​ລາ​ກອນ
    • ເຝິກ​ອົບ​ຮົມ​ທັກ​ສະ​ການ​ຂາຍ​ໃຫ້​ທິມ​ງານ ກົນ​ລະ​ຍຸດ​ຕ່າງໆ​ໃຫ້​ທິມ​ງານ​ເປັນ​ໄລ​ຍະ
    • ເບິ່ງວຽກ​ລ​ວມ​ດ້ານ​ບຸກ​ຄະ​ລາ​ກອນ ໃນ​ການ​ຂັດ​ເລືອກ ​ເຝິກ​ອົບ​ຮົມ ການ​ປະ​ເມີນ​ຜົນ ນະ​ໂຍ​ບາຍ​ຕ່າງ
    • ສ້າງ​ໃຫ້​ທິມ​ງານ​ມີ​ວັດ​ທະ​ນາ​ທຳ​ອົງ​ກອນ ຊື່​ສັດ, ແນ​ວ​ຄິດ​ສ້າງ​ສັນ, ເຮັດ​ວຽກ​ເປັນ​ທິມ

ຄຸນສົມບັດ ແລະຄວາມຕ້ອງການ

  • ການສືກສາ
    • ຈົບປະລິນຍາຕີສາຂາອະສັງຫາລິມະຊັບ, ບໍລິຫານທຸລະກິດ, ຫຼື ສາຂາທີ່ກ່ຽວຂ້ອງ. ລະດັບປະລິນຍາໂທ ຫຼື MBA ແມ່ນຕ້ອງການ.
  • ປະສົບປະການ
    • ມີປະສົບການໃນຂະແໜງ ການ​ຂາຍ, ​ການ​ບໍ​ລິ​ຫານ​, ການອະສັງຫາລິມະຊັບ ຢ່າງໜ້ອຍ 5 ປີ ໃນໜ້າທີ່ ຂັ້ນສູງ.
    • ຄວາມເຂົ້າໃຈ ກ່ຽວກັບຕະຫຼາດອະສັງຫາລິມະຊັບຂອງລາວ
  • ທັກສະ ແລະ ຄວາມສາມາດ
    • ຄວາມ​ເປັນ​ຜູ້​ນໍາ​ແລະ​ຄວາມ​ສາ​ມາດ​ໃນ​ການ​ບໍ​ລິ​ຫານ​ທີມ​ງານ​ທີ່​ດີ​ເລີດ​.
    • ມີແນວຄິດຍຸດທະສາດທີ່ເຂັ້ມແຂງ ແລະ ຄວາມສາມາດໃນການແກ້ໄຂບັນຫາ.
    • ການ​ສື່​ສານ​ທີ່​ດີ​ເລີດ​, ການ​ເຈລະ​ຈາ​, ແລະ​ທັກ​ສະ​ລະ​ຫວ່າງ​ບຸກ​ຄົນ​.
    • ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນແລະຕອບສະຫນອງກໍານົດເວລາທີ່ເຄັ່ງຄັດ.
    • ມີຄວາມຄ່ອງແຄ້ວທາງດ້ານພາສາລາວ ແລະ ອັງກິດ (ທັງຂຽນ ແລະ ເວົ້າ).

ພວກເຮົາສະເຫນີເງິນເດືອນທີ່ດີ, ສວ່ນ​ແບ່ງ​ຄ່າ​ຄອມ​ມິດ​ຊັນທີ່​ຫນ້າພໍໃຈ, ແລະຜົນປະໂຫຍດໄລຍະຍາວ. ຜູ້ທີ່ສົນໃຈແມ່ນເຊີນສົ່ງ CV ມາທີ່
info@rentsbuy.com, ຫລື​ຕິດ​ຕໍ່​ຫາ ຝ່າຍ HR +856 20 22 991 889  
www.rentsbuy.com

ຫ້ອງ​ການ​ຕັ້ງ​ຢູ່ ບ້ານ​ໂພ​ນ​ທັນ ເມືອງ​ໄຊ​ເສດ​ຖາ ນະ​ຄອນ​ຫລວງວຽງ​ຈັນ

Compare listings

Compare