ບໍລິສັດ Good Media Company ເຊັນສັນຍາຄູ່ຮ່ວມຍຸດທະສາດ ກັບ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ
ໃນວັນທີ 20/11/2023 ຂອງວັນສຸກ ທີ່ ບໍລິສັດ Good Media Company ໄດ້ມີພິທີເຊັນສັນຍາຄູ່ຮ່ວມຍຸດທະສາດລະຫວ່າງ ບໍລິສັດ Good Media Company ແລະ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ ໃຫ້ກຽດລົງນາມເຊັນສັນຍາໂດຍ ປະທານ ທ່ານ ຊົງຈຽນເຟິງ ເປັນສັກຂີພະຍານ ໂດຍ ທ່ານ ຍົນນິກອນ ໃຫ້ ບໍລິສັດ Good Media Company ແລະ ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ, ພ້ອມດ້ວຍຮອງຜູ້ອຳນວຍການ ແລະ ພະນັກງານວິຊາການຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອການເປັນຄູ່ຮ່ວມຍຸດທະສາດກັນລະຫວ່າງ ບໍລິສັດ Good Media Company ແລະ ບໍລິສັດ ອະສັງຫາ ເຣັນສະບາຍ ຈຳກັດຜູ້ດຽວ, ສົ່ງເສີມການຕະຫຼາດກຸ່ມລູກຄ້າຄົນຈີນແລະໃນຊ່ອງທາງຕ່າງໆໂດຍການຮ່ວມມືຂອງທັງສອງຝ່າຍ.