📅 ວຽງຈັນ, 10 ກັນຍາ 2025
ໃນການເຄື່ອນໄຫວທີ່ນ່າຕື່ນເຕັ້ນ ແລະ ຖືກຈັບຕາໃນຕະຫຼາດອະສັງຫາລິມຊັບໃນນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ຊຽງເສີນ ແລະ ບໍລິສັດ ເຣັນສະບາຍ ຈຳກັດຜູ້ດຽວ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຢ່າງເປັນທາງການ, ພິທີລົງນາມໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ຕິ່ງຫລິງມົງ ຜູ້ອໍານວຍການ ບໍລິສັດສຽນເສີງ, ທ່ານ ໄກ່ສັກສີ ບົວໃບອ່ອນ ປະທານບໍລິສັດ ລາວມະຫາຊັບ ພັດທະນາ ແລະ ທ່ານ ຫຸມພັນ ໄຊຍະລາດ ປະທານບໍລິສັດ ເຣັນສະບາຍ ຈຳກັດຜູ້ດຽວ ໂດຍສະແດງໃຫ້ເຫັນເຖິງວິໄສທັດຮ່ວມກັນຂອງທັງສອງບໍລິສັດໃນການນໍາໃຊ້ກົນລະຍຸດການຕະຫຼາດທີ່ທັນສະໄໝ ແລະ ການບໍລິການຢ່າງມືອາຊີບໃຫ້ແກ່ຕະຫຼາດອະສັງຫາລິມຊັບທີ່ກໍາລັງຂະຫຍາຍໂຕໃນ ສປປ ລາວ.
ໂຄງການ Laos Center Condominium ໄດ້ຖືກກໍານົດໃຫ້ເປັນໂຄງການທີ່ຢູ່ອາໄສລະດັບພຮີມ້ຽມທີ່ມີສະຖານທີ່ຕັ້ງຢູ່ຈຸດໃຈກາງເມືອງ ແລະ ສະດວກຕໍ່ການເດີນທາງ ພ້ອມດ້ວຍຄວາມສະດວກສະບາຍສຳລັບການດໍາລົງຊີວິດທີທັນສະໄໝ.
ຄວາມຮ່ວມມືໃນຄັ້ງນີ້ ຄາດວ່າຈະຊ່ວຍເສີມສ້າງສະຖານະ ແລະ ຄວາມເປັນທີ່ຮູ້ຈັກໃຫ້ກັບໂຄງການ Laos Center Condominium ຫຼາຍຂຶ້ນ ເພື່ອບໍລິຫານການຂາຍ ແລະ ການຕະຫຼາດ ຂອງໂຄງການ
ທີ່ມີຄຸນນະພາບສູງໃຫ້ແກ່ທັງຜູ້ຊື້ ແລະ ຜູ້ເຊົ່າຊາວລາວ ແລະ ຊາວຕ່າງປະເທດ.
“ຄວາມຮ່ວມມືນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງມັ້ນຂອງພວກເຮົາໃນການມອບບໍລິການອະສັງຫາລິມຊັບທີ່ມີມາດຕະຖານສູງ ແລະ ການຍົກລະດັບປະສົບການຂອງລູກຄ້າໃນ ສປປ ລາວ.
“ພວກເຮົາຮູ້ສຶກດີໃຈທີ່ໄດ້ຮ່ວມງານກັບ ກຸ່ມບໍລິສັດຊຽງເສີນໃນໂຄງການທີ່ມີສັກຍະພາບນີ້ດ້ວຍປະສົບການຂອງພວກເຮົາໃນດ້ານການຕະຫຼາດ ແລະ ການບໍລິການອະສັງຫາລິມຊັບມາຫຼາຍກວ່າ 17 ປີ, ພວກເຮົາເຊື່ອວ່າຈະສາມາດສ້າງມູນຄ່າທີ່ດີໃຫ້ແກ່ລູກຄ້າໄດ້.
ຄວາມຮ່ວມມືນີ້ແມ່ນສັນຍານບວກທີ່ສະທ້ອນເຖິງການຍົກລະດັບຄວາມເປັນມືອາຊີບໃນການໃຫ້ບໍລິການອະສັງຫາລິມຊັບໃນລາວ ແລະ ຊ່ວຍສົ່ງເສີມການພັດທະນາມາດຕະຖານຊີວິດໃນເມືອງຫຼວງວຽງຈັນ.
— ທີມຂ່າວບໍລິສັດ ເຣັນສະບາຍ ຈຳກັດຜູ້ດຽວ
