ຂປລ. ໃນໂອກາດທີ່ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ເຂດເສດຖະກິດພິເສດເມື່ອບໍ່ດົນມານີ້ໂດຍທ່ານ ຫລີ ເຈ່ຍຫລົງ ຮອງປະທານກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢຸນນານ ຫຸ້ນສ່ວນຈໍາກັດ ໄດ້ລາຍງານສະພາບການພັດທະນາ ແລະ ສະເໜີໃຫ້ລັດຖະບານລາວ ເພີ່ມໄລຍະເວລາສໍາປະທານເຂດພັດທະນາກວມລວມ ໄຊເສດຖາຕື່ມອີກຈາກ 70 ເປັນ 99 ປີ. ເພາະອີງຕາມການພັດທະນາຕົວຈິງ ແມ່ນຈະໃຊ້ເວລາ 20-30 ປີ ຈຶ່ງຈະສໍາເລັດທັງໝົດ ເຊິ່ງຈະມີຜົນກະທົບຕໍ່ການດຶງດູດນັກລົງທຶນ ແລະ ກໍ່ສ້າງຕົວເມືອງໃໝ່ ໃນໄລຍະຕໍ່ໄປ.
ພ້ອມນີ້, ຂໍໃຫ້ລັດຖະບານລາວ ເພີ່ມສິດໃນການຄຸ້ມຄອງບໍລິຫານໃຫ້ຄະນະບໍລິຫານເຂດໃຫ້ເປັນຫ້ອງການບໍລິຫານຜ່ານປະຕູດຽວທີ່ມີປະສິດທິຜົນໃນດ້ານການບໍລິການວິສາຫະກິດ ທີ່ເຂົ້າມາລົງທຶນຢູ່ພາຍໃນເຂດໃຫ້ດີຂຶ້ນ ຂະນະດຽວກັນ, ກໍເພີ່ມສິດໃນການອະນຸມັດລວມທັງສິດໃນການເກັບພາສີອາກອນ, ສິດໃນການກວດກາອະນຸມັດການແຈ້ງພາສີດ່ານ ໃນການນໍາເຂົ້າ-ສົ່ງອອກ, ສິດໃນການອະນຸມັດແຮງງານ ແລະ ອື່ນໆ ເພື່ອຮັບປະກັນການພັດທະນາໃຫ້ດໍາເນີນການຢ່າງຕໍ່ເນື່ອງ. ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງລັດຖະບານລາວ ສະໜັບສະໜູນໃຫ້ການຊ່ວຍເຫລືອເປັນຂອດປະສານກັບພາກສ່ວນທີ່ກ່ຽວຂ້ອງ.
ເຂດພັດທະນາກວມລວມໄຊເສດຖາ ເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານ ສປ ຈີນ ໃນການພັດທະນາເນື້ອທີ່ດິນ 1.000 ເຮັກຕາ, ມີໄລຍະສໍາປະທານ 70 ປີ ເຊິ່ງເລີ່ມປະຕິບັດແຕ່ປີ 2011. ມາຮອດປັດຈຸບັນເຂດດັ່ງກ່າວໄດ້ສໍາເລັດການກໍ່ສ້າງພື້ນຖານໂຄ່ງລ່າງໂດຍພື້ນຖານແລ້ວ ຈໍານວນ 400 ເຮັກຕາ. ໃນນັ້ນມີ 35 ບໍລິສັດ ທີ່ໄດ້ຈົດທະບຽນ ເຊິ່ງມີມູນຄ່າການລົງທຶນ 350 ລ້ານໂດລາສະຫະລັດ, ສ່ວນໃຫຍ່ການລົງທຶນກ່ຽວກັບພະລັງງານສະອາດ, ປຸງແຕ່ງຜະລິດຕະພັນກະສີກໍາ, ຜະລິດຕະພັນອຸປະກອນເຄື່ອງໄຟຟ້າ, ປຸງແຕ່ງຫົວອາຫານສັດ, ປຸງແຕ່ງຢາສູບ, ວັດສະດຸກໍ່ສ້າງ, ສາງແຈກຈ່າຍສິນຄ້າ (ໂລຈິດສະຕິດ) ແລະ ອື່ນໆ. ນອກນີ້, ຍັງໄດ້ສໍາເລັດການຊົດເຊີຍເນື້ອທີດິນໃຫ້ປະຊາຊົນແລ້ວ 243 ຕອນ ຂອງເນື້ອທີ່ທັງໝົດ 570 ເຮັກຕາ, ມູນຄ່າ 109 ຕື້ກວ່າກີບ ແລະ ໄດ້ອອກບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມເບື້ອງຕົ້ນໄດ້ 4 ບໍລິສັດ. ແຫລ່ງຂ່າວ: kpl.gov.la