ນັກລົງທຶນຈີນ ສະເໜີຂໍເພີ່ມໄລຍະສໍາປະທານ ເຂດພັດທະນາກວມລວມໄຊເສດຖາ ເປັນ 99 ປີ

ຂປລ. ​ ໃນ​ໂອກາດ​ທີ່ ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ໄດ້ລົງ​​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ຊຸກຍູ້​ເຂດ​ເສດຖະກິດ​ພິ​ເສດ​ເມື່ອ​ບໍ່​ດົນ​​ມານີ້ໂດຍທ່ານ ຫລີ ​ເຈ່ຍ​ຫລົງ ຮອງ​ປະທານ​ກຸ່ມ​ບໍລິສັດ​ກໍ່ສ້າງ ​ແລະ ລົງທຶນ ແຂວງ​ຢຸນນານ ​ຫຸ້ນ​ສ່ວນຈໍາກັດ ​ໄດ້​ລາຍ​ງານ​ສະພາບ​ການ​ພັດທະນາ ​ແລະ ​ສະ​ເໜີ​​ໃຫ້ລັດຖະບານລາວ​ ເພີ່​ມ​ໄລຍະ​ເວລາ​ສໍາ​ປະທານເຂດພັດທະນາກວມລວມ ໄຊເສດຖາ​ຕື່ມອີກຈາກ 70 ​ເປັນ 99 ປີ. ​ເພາະອີງ​ຕາມ​ການພັດທະນາຕົວຈິງ​​​ ແມ່ນ​ຈະໃຊ້​ເວລາ 20-30 ປີ​ ຈຶ່ງ​ຈະ​ສໍາ​ເລັດທັງ​ໝົດ ​ເຊິ່ງຈະ​ມີ​ຜົນ​ກະທົບ​ຕໍ່​ການ​ດຶງ​ດູດ​ນັກ​ລົງທຶນ ​ແລະ ກໍ່ສ້າງ​ຕົວ​ເມືອງ​ໃໝ່​ ໃນ​ໄລຍະ​ຕໍ່​ໄປ.

ພ້ອມ​ນີ້, ຂໍ​ໃຫ້​ລັດຖະບານ​ລາວ ​ເພີ່ມ​ສິດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ໃຫ້​ຄະນະ​ບໍລິຫານ​ເຂດ​ໃຫ້​ເປັນ​ຫ້ອງການ​ບໍລິຫານ​ຜ່ານ​ປະຕູ​ດຽວ​ທີ່​ມີ​ປະສິດທິ​ຜົນ​ໃນ​ດ້ານ​ການ​ບໍລິການ​ວິ​ສາ​ຫະກິດ ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ພາຍ​ໃນ​ເຂດ​ໃຫ້​ດີ​ຂຶ້ນ ຂະນະດຽວ​ກັນ, ກໍເພີ່ມ​ສິດ​ໃນ​ການ​ອະນຸມັດ​ລວມທັງ​ສິດ​ໃນ​ການ​ເກັບ​ພາສີ​ອາກອນ, ສິດ​ໃນ​ການ​ກວດກາ​ອະນຸມັດ​ການ​ແຈ້ງ​ພາສີ​ດ່ານ ​ໃນ​ການ​ນໍາ​ເຂົ້າ-​ສົ່ງ​ອອກ, ສິດ​ໃນ​ການ​ອະນຸມັດ​ແຮງ​ງານ ​ແລະ ອື່ນ​ໆ ​ເພື່ອ​ຮັບປະກັນ​ການ​ພັດທະນາ​​​ໃຫ້​ດໍາ​ເນີນ​ການ​ຢ່າງ​ຕໍ່​ເນື່ອງ. ສະ​ນັ້ນ​, ຈຶ່ງ​ຂໍຮຽກຮ້ອງມາ​ຍັງ​ລັດຖະບານລາວ ​ສະໜັບສະໜູນ​ໃຫ້ການ​ຊ່ວຍ​ເຫລືອ​ເປັນ​ຂອດ​ປະສານ​ກັບ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ.

ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ​ ເປັນ​ໂຄງການ​ຮ່ວມ​ມືລະຫວ່າງລັດຖະບານ​ລາວ ​ແລະ ລັ​ດຖະບານ​ ສປ ຈີນ ​​ໃນ​ການ​ພັດທະນາເນື້ອ​ທີ່​ດິນ 1.000 ​ເຮັກຕາ, ​ມີ​ໄລຍະ​ສໍາ​ປະທານ 70 ປີ ​​ເຊິ່ງເລີ່​ມປະຕິບັດ​ແຕ່​ປີ 2011. ມາ​ຮອດປັດຈຸບັນ​ເຂດ​ດັ່ງກ່າວ​ໄດ້​ສໍາ​ເລັດ​ການກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ​ໂດຍ​ພື້ນຖານ​ແລ້ວ​ ຈໍານວນ 400 ​ເຮັກຕາ. ​ໃນ​ນັ້ນມີ 35 ບໍລິສັດ ​ທີ່​​ໄດ້​ຈົດ​ທະບຽນ ​ເຊິ່ງມີ​ມູນ​ຄ່າ​ການ​​ລົງທຶນ​ 350 ລ້ານ​ໂດ​ລາ​ສະຫະລັດ, ສ່ວນ​ໃຫຍ່​ການ​ລົງທຶນກ່ຽວ​ກັບ​ພະລັງງານ​ສະອາດ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ສີ​ກໍາ, ຜະລິດ​ຕະພັນ​ອຸປະກອນ​​ເຄື່ອງ​ໄຟຟ້າ, ປຸງ​ແຕ່ງຫົວອາຫານ​ສັດ, ປຸງ​ແຕ່ງ​ຢາ​ສູບ, ວັດ​ສະ​ດຸ​ກໍ່ສ້າງ, ສາງ​ແຈກຈ່າຍສິນຄ້າ (​ໂລ​ຈິດ​ສະຕິ​ດ) ​ແລະ ອື່ນໆ. ນອກ​ນີ້​, ຍັງໄດ້​ສໍາ​ເລັດ​ການ​ຊົດ​ເຊີຍ​ເນື້ອ​ທີ​ດິນ​ໃຫ້​ປະຊາຊົນ​ແລ້ວ 243 ຕອນ ​ຂອງ​ເນື້ອ​ທີ່ທັງໝົດ 570 ​ເຮັກຕາ, ມູນ​ຄ່າ 109 ຕື້​ກວ່າ​ກີບ ແລະ ​ໄດ້​ອອກ​ບົດ​ສຶກສາຜົນ​ກະທົບ​ຕໍ່​ສິ່ງ​​ແວດ​ລ້ອມ​ເບື້ອງ​ຕົ້ນ​ໄດ້ 4 ບໍລິສັດ. ແຫລ່ງຂ່າວ: kpl.gov.la

ເຂົ້າຮ່ວມການສົນທະນາ

Compare listings

Compare