3 ຄຳແນະນຳສຳລັບເຈົ້າຂອງອະສັງຫາລິມະຊັບມືໃໝ່
ການເປັນເຈົ້າຂອງອະສັງຫາລິມະຊັບເປັນການລົງທຶນທີ່ໜ້າສົນໃຈ ໃນປັດຈຸບັນນີ້, ແລະ ຄວາມສຳເລັດໃນການປ່ອຍອະສັງຫາທັງໃຫ້ເຊົ່າ ແລະ ຂາຍມັກຈະຂຶ້ນກັບຫຼັກການສຳຄັນບາງປະການ. ຊຶ່ງສຳລັບຜູ້ທີ່ຫາກໍ່ເລີ່ມຕົ້ນໃນວົງການອະສັງຫາລິມະຊັບ, ນີ້ຄື 3 ຄຳແນະນຳທີ່ສຳຄັນເພື່ອຊ່ວຍໃຫ້ທ່ານປະສົບຜົນສຳເລັດມີດັ່ງນິ້ຄື:
- ສະຖານທີ່ ແລະ ການນຳສະເໜີແມ່ນສຳຄັນທີ່ສຸດ: ຄໍາເວົ້າທີ່ວ່າ “ສະຖານທີ່, ສະຖານທີ່, ສະຖານທີ່” ຍັງຄົງເປັນຄວາມຈິງ ຄືສະຖານທີ່ທີ່ດີມີຜົນດີຢ່າງຫຼວງຫຼາຍຕໍ່ມູນຄ່າຂອງອະສັງຫາລິມະຊັບຂອງທ່ານ ແລະ ຄວາມສົນໃຈຂອງຜູ້ເຊົ່າ; ສິ່ງທີ່ສຳຄັນພໍ້ໆກັນຄື ຄວາມສະອາດ ແລະ ການນຳສະເໜີ; ອະສັງຫາລິມະຊັບທີ່ໄດ້ຮັບການບົວລະບັດຮັກສາດີ ແລະ ສະອາດ, ບໍ່ວ່າຈະໃຫ້ເຊົ່າ ຫຼື ຂາຍ, ມັນຈະສ້າງຄວາມປະທັບໃຈທີ່ດີທັນທີລູກຄ້າເຂົ້າມາເຫັນສະພາບຂອງອາຄານ, ທີ່ສາມາດດຶງດູດຜູ້ເຊົ່າ ຫຼື ຜູ້ຊື້ໄດ້ດີ ແລະ ອາດຈະໄດ້ລາຄາທີ່ສູງຂຶ້ນກວ່າເກົ່າ.
- ຮູ້ມູນຄ່າທາງຕະຫຼາດ: ກ່ອນທີ່ຈະກຳນົດລາຄາ ຫຼື ຕັດສິນໃຈລົງທຶນເຊົ່າ/ຊື້, ແມ່ນຈຳເປັນຕ້ອງໄດ້ຄົ້ນຄວ້າຢ່າງລະອຽດ ແລະ ຮູ້ມູນຄ່າທາງຕະຫຼາດຂອງອະສັງຫາລິມະຊັບຂອງທ່ານ. ນີ້ຄືປັດໃຈຫຼັກຄືການເຂົ້າໃຈອັດຕາຄ່າເຊົ່າໃນປັດຈຸບັນ, ລາຄາຂາຍຫຼ້າສຸດຂອງອະສັງຫາລິມະຊັບທີ່ ສະຖານທີ່ໄກ້ຄຽງກັນ, ແລະ ພ້ອມກັນນີ້ຍັງມີທ່າອ່ຽງຂອງຕະຫຼາດທ້ອງຖິ່ນ; ຄວາມຮູ້ດ້ານຕະຫຼາດທີ່ຖືກຕ້ອງຈະຊ່ວຍໃຫ້ທ່ານກຳນົດລາຄາໄດ້ຢ່າງຊັດເຈນ, ສາມມາດເພີ່ມຜົນຕອບແທນຂອງທ່ານໄດ້ດີ, ແລະ ຊ່ວຍການຕັດສິນໃຈແບບທີ່ມີຂໍ້ມູນສະຖານທີ່ອ້ອມຂ້າງ, ເພື່ອເປັນການປ້ອງກັນບໍ່ໃຫ້ອະສັງຫາລິມະຊັບຂອງທ່ານຫວ່າງ ຫຼື ມີມູນຄ່າຕໍ່າກວ່າທີ່ຄວນຈະເປັນ.
- ມີຄວາມໄມຕີຈິດ ແລະ ມິດຕະພາບໃນການຕ້ອນຮັບລູກຄ້າ: ບໍ່ວ່າທ່ານຈະຕິດຕໍ່ພົວພັນກັບຜູ້ເຊົ່າ ຫຼື ຜູ້ຊື້ທີ່ມີສັກກະຍະພາບ, ຄວາມເປັນມິດ ແລະ ການຕ້ອນຮັບທີ່ດີ ສາມາດສ້າງຄວາມແຕກຕ່າງຄືຈຸດທີ່ດຶງດູດລູກຄ້າໄດ້ເປັນຢ່າງດີ; ທີ່ບົງບອກໄດ້ວ່າ ທ່ານຄືຄົນທີ່ເຮັດໃຫ້ລູກຄ້າຮູ້ວ່າທ່ານສາມາດເຂົ້າຫາງ່າຍ, ຕອບສະໜອງຢ່າງໄວ, ແລະ ໃຫ້ການຊ່ວຍເຫຼືອດ້ວຍໃຈຈິງຈະຊ່ວຍສ້າງຄວາມສຳພັນທີ່ດີ ແລະ ສ້າງຄວາມນ່າເຊື່ອຖືໃນຕົວທ່ານໄດ້ ການບໍລິການລູກຄ້າທີ່ດີນຳໄປສູ່ຄວາມພໍໃຈຂອງຜູ້ເຊົ່າໃຫ້ມີຄວາມອົບອຸ່ນ, ຊຶ່ງເຮັດໃຫ້ລູກຄ້າມີການຕໍ່ສັນຍາເຊົ່າໄລຍະຍາວນານຂື້ນຕື່ມ ດ້ວຍການແນະນຳທີ່ດີ ແລະ ການເຮັດທຸລະກຳ-ສັນຍາທີ່ລຽບງ່າຍ ດ້ວຍທັດສະນະຄະຕິທີ່ເປັນກັນເອງບໍ່ພຽງແຕ່ເປັນຜົນປະໂຫຍດຕໍ່ການເຮັດທຸລະກຳໃນປະຈຸບັນຂອງທ່ານເທົ່ານັ້ນ ແຕ່ຍັງສ້າງຊື່ສຽງຂອງທ່ານໃນຖານະເຈົ້າຂອງອະສັງຫາລິມະຊັບທີ່ໜ້າເຊື່ອຖື ແລະ ໄດ້ຮັບການນັບຖືອີກດ້ວຍ.
