ຕຳແໜ່ງ: ຮອງຜູ້ອຳນວຍການ
ບໍລິສັດ: ນາຍຫນ້າອະສັງຫາ ເຣັນສະບາຍ RentsBuy (Rents and Buy Property)
ສະຖານທີປະຈຳການ: ນະຄອນຫລວງວຽງຈັນ
ປະເພດວຽກ: ເຕັມໂມງວຽກ Fulltime
RentsBuy ແມ່ນບໍລິສັດນາຍໜ້າບໍລິການອະສັງຫາລິມະສັບທີ່ສ້າງຕັ້ງຂື້ນໃນປີ 2008 ກຳລັງຈະມີການປັບປຸງ ແລະ ຕ້ອງການ ຮອງອຳນວຍການທີມີຄວາມຮູ້ ຄວາມສາມາດ ແລະ ປະສົບປະການເຂົ້າມາເສີມທິມງານຄະນະບໍລິຫານຂອງພວກເຮົາ ເຊິ່ງເປັນຕຳແຫນ່ງທີສຳຄັນໃນການບໍລິຫານຈັດການ, ນຳພາທິມງານໃຫ້ບັນລຸເປົ້າຫມາຍຍຸດທະສາດຂອງບໍລິສັດແຕ່ລະໄລຍະ, ຕຳແຫນ່ງນີແມ່ນຕ້ອງການຄົນທີມີທັກສະການເປັນຜູ້ນຳສູງ, ມີປະສົບປະການດ້ານອະສັງຫາ ຫລື ບໍລິຫານຈັດການອົງກອນ. ຕຳແຫນ່ງນີ້ຈະເບິ່ງພາບລວມຂອງອົງກອນ, ທິດທາງທຸລະກິດ, ນຳພາອົງກອນໃຫ້ເຕີມເຕັມແລະເຕີບໂຕ ໃຫ້ບັນລຸເປົ້າຫມາຍດ້ານການບໍລິຫານ, ດ້ານການເງິນ, ດ້ານການຂະຫຍາຍຕາຫນ່າງ
ຫນ້າທີ ແລະ ຄວາມຮັບພິຊອບຫລັກມີດັ່ງນີ້:
- ດ້ານການນຳພາ ແລະ ວາງແຜນກົນລະຍຸດ:
- ຊ່ວຍປະທານ ແລະ ອຳນວຍການໃນການນຳພາທິມງານປະຕິບັດຕາມແຜນຍຸດທະສາດ ໄລຍະກາງແລະໄລຍະຍາວໃຫ້ບັນລຸ
- ເບິ່ງຕະຫລາດໃຫມ່ໆ ແລະ ໂອກາດໃຫມ່ໆ ໃນການຂະຫຍາຍຕາຫນ່າງທຸລະກິດ
- ໃຫ້ຮັບປະກັນແຕ່ລະພະແນກໃຫ້ເດີນຕາມແຜນ
- ດ້ານວຽກບໍລິຫານ
- ເບິ່ງວຽກບໍລິຫານປະຈຳວັນ ຂອງແຕ່ລະພະແນກທີຕົນເອງຮັບພິຊອບໃຫ້ມີປະສິດທິພາບ
- ການຂາຍ
- ຕິດຕາມ ແລະ ໃຫ້ຄຳແນະນຳ ກັບ ທິມງານບໍລິການລູກຄ້າ ໃຫ້ສາມາດປິດການຂາຍໃຫ້ໄດ້ເປົ້າຫມາຍປະຈຳເດືອນ
- ການຕະຫລາດ
- ສ້າງພາບລັກຂອງການບໍລິການຂອງບໍລິສັດຜ່ານສືອອນລາຍຂອງບໍລິສັດ ການໂຄສະນາ ການຣີວິວອະສັງຫາ
- ສ້າງສາຍສຳພັນກັບບັນດາລູກຄ້າກຸ່ມເປົ້າຫມາຍທີ່ເປັນລູກຄ້າເບື້ອງການເຊົ່າຫລືຊື້ ແລະ ລວມທັງເຈົ້າຂອງຊັບສິນ
- ໃຫ້ສືສັງຄົມອອນລາຍໃຫ້ເກີດປະໂຫຍດສູງສຸດໃນການເຂົ້າເຖິງຂໍ້ມູນອະສັງຫາ ຫລື ເຮັດການຕະຫລາດ
- ດ້ານບຸກຄະລາກອນ
- ເຝິກອົບຮົມທັກສະການຂາຍໃຫ້ທິມງານ ກົນລະຍຸດຕ່າງໆໃຫ້ທິມງານເປັນໄລຍະ
- ເບິ່ງວຽກລວມດ້ານບຸກຄະລາກອນ ໃນການຂັດເລືອກ ເຝິກອົບຮົມ ການປະເມີນຜົນ ນະໂຍບາຍຕ່າງ
- ສ້າງໃຫ້ທິມງານມີວັດທະນາທຳອົງກອນ ຊື່ສັດ, ແນວຄິດສ້າງສັນ, ເຮັດວຽກເປັນທິມ
ຄຸນສົມບັດ ແລະຄວາມຕ້ອງການ
- ການສືກສາ
- ຈົບປະລິນຍາຕີສາຂາອະສັງຫາລິມະຊັບ, ບໍລິຫານທຸລະກິດ, ຫຼື ສາຂາທີ່ກ່ຽວຂ້ອງ. ລະດັບປະລິນຍາໂທ ຫຼື MBA ແມ່ນຕ້ອງການ.
- ປະສົບປະການ
- ມີປະສົບການໃນຂະແໜງ ການຂາຍ, ການບໍລິຫານ, ການອະສັງຫາລິມະຊັບ ຢ່າງໜ້ອຍ 5 ປີ ໃນໜ້າທີ່ ຂັ້ນສູງ.
- ຄວາມເຂົ້າໃຈ ກ່ຽວກັບຕະຫຼາດອະສັງຫາລິມະຊັບຂອງລາວ
- ທັກສະ ແລະ ຄວາມສາມາດ
- ຄວາມເປັນຜູ້ນໍາແລະຄວາມສາມາດໃນການບໍລິຫານທີມງານທີ່ດີເລີດ.
- ມີແນວຄິດຍຸດທະສາດທີ່ເຂັ້ມແຂງ ແລະ ຄວາມສາມາດໃນການແກ້ໄຂບັນຫາ.
- ການສື່ສານທີ່ດີເລີດ, ການເຈລະຈາ, ແລະທັກສະລະຫວ່າງບຸກຄົນ.
- ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນແລະຕອບສະຫນອງກໍານົດເວລາທີ່ເຄັ່ງຄັດ.
- ມີຄວາມຄ່ອງແຄ້ວທາງດ້ານພາສາລາວ ແລະ ອັງກິດ (ທັງຂຽນ ແລະ ເວົ້າ).
ພວກເຮົາສະເຫນີເງິນເດືອນທີ່ດີ, ສວ່ນແບ່ງຄ່າຄອມມິດຊັນທີ່ຫນ້າພໍໃຈ, ແລະຜົນປະໂຫຍດໄລຍະຍາວ. ຜູ້ທີ່ສົນໃຈແມ່ນເຊີນສົ່ງ CV ມາທີ່
info@rentsbuy.com, ຫລືຕິດຕໍ່ຫາ ຝ່າຍ HR +856 20 22 991 889
www.rentsbuy.com
ຫ້ອງການຕັ້ງຢູ່ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ