ໂຄງການພັດທະນາ ເມືອງທັນສະໄໝ ທີ່ຕັ້ງຢູ່ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ທີ່ມາຂອງໂຄງການ

ໂຄງການພັດທະນາ ເມືອງທັນສະໄໝ ທີ່ຕັ້ງຢູ່ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແມ່ນນອນຢູ່ໃນແຜນຍຸດທະສາດການ

ພັດທະນາຂອງນະຄອນຫຼວງວຽງຈັນ ນັບແຕ່ປີ 2015 ຫາ 2030 ຈຶ່ງໄດ້ມີການຈັດສັນເຂດພື້ນທີ່ດິນເປົ່າຫວ່າງເຫັນວ່າເຂດດັ່ງກ່າວເປັນພື້ນທີ່ສູງກວ່າໝູ່ໃນນະຄອນຫຼວງ, ເປັນພື້ນທີ່ນໍ້າບໍ່ຖ້ວມ ຖ້າທຽບໃສ່ຕົວເມືອງນະຄອນຫຼວງໃນປະຈຸບັນແມ່ນເປັນພື້ນທີ່ຕ່ຳ, ຕິດກັບແຄມຂອງ ແລະ ໄດ້ສ້າງຕັ້ງແຕ່ປີ 1560 ມາຮອດປະຈຸບັນ ເປັນເວລາຫຼາຍກວ່າ 460 ປີ ແລະ ມີນໍ້າຖ້ວມເປັນບາງສ່ວນທຸກໆປິ, ການນໍາຂອງນະຄອນຫຼວງວຽງຈັນ ໄດ້ກໍານົດເອົາພື້ນທີ່ດັ່ງກ່າວເປັນການຂະຫຍາຍຕົວເມືອງໃນນະຄອນຫຼວງວຽງຈັນ.

 

ຈຸດປະສົງຂອງໂຄງການ

ຈຸດປະສົງຫຼັກຂອງໂຄງການ ເພື່ອພັດທະນາເມືອງທັນສະໄໜ ນະຄອນຫຼວງ 450 ປິ ໃນເນື້ອທີ່ 2,568 ຮຕ ທີ່ຕັ້ງຢູ່ 2 ເມືອງ 10 ບ້ານ ໃຫ້ກາຍເປັນຕົວເມືອງທັນສະໄໝ, ມີການເຊື່ອມໂຍງທາງດ້ານເສດຖະກິດ – ສັງຄົມລະຫວ່າງປະເທດ, ມິການນໍາໃຊ້ຊັບພະຍາກອນທີ່ມີປະສິດທິພາບ ແລະ ການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ເທົ່າທຽມກັບປະເທດອື່ນ.

ເປັນຫຍັງຕ້ອງສ້າງ Smart City

  • ເພື່ອການພັດທະນາຮອບດ້ານ ເຊັ່ນ: ອຸດສາຫະກໍາ, ທີ່ຢູ່ອາໄສ, ກະສິກໍາ, ບໍລິຫານທຸລະກິດ, ການຄ້າ ແລະ ບ້ານພັກສະຖານທູດເຂດການສຶກສາ, ສາທາລະນະສຸກ, ປ່າໄມ້, ບໍລິການ ແລະ ທາງດ່ວນ, ກິລາ ແລະ ການທ່ອງທ່ຽວ, ເມືອງອາຊຽນ, ຄອນໂດມີນຽມ, ບ້ານຈັດສັນ ແລະ ສວນສາທາລະນະ.
  • ສ້າງເຂດເຊື່ອມຕໍ່ທາງດ້ານເສດຖະກິດ – ສັງຄົມລະຫວ່າງປະເທດເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ.
  • ພັດທະນາພື້ນດິນເປົ່າວ່າງເພື່ອໃຫ້ເກີດປະໂຫຍດດ້ວຍການພັດທະນາໃຫ້ເປັນເຂດເສດຖະກິດເມືອງທັນສະໄໝ ມິຄວາມສີວິໄລ ແລະ ມີອົງປະກອບພື້ນຖານຮອບດ້ານ.
  • ສ້າງລາຍຮັບໃຫ້ແກ່ລັດຖະບານໃນຮູບແແບບພາສີ, ອາກອນ ແລະ ຄ່າທໍານຽມອື່ນໆ.
  • ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນ, ທັງເປັນບ່ອນຮັບຮອງແຮງງານ ທີ່ຈະເພີ່ມຂຶ້ນໃນອະນາຄົດ.

ແນວຄວາມຄິດຂອງ Smart City

  • ສ້າງເຂດເຊື່ອມຕໍ່ທາງດ້ານເສດຖະກິດ – ສັງຄົມລະຫວ່າງປະເທດດ້ວຍການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານຈັດການໃນລະບົບເສດຖະກິດ.
  • ນໍາໃຊ້ຊັບພະຍາກອນຢ່າງມີປະສິດຖິພາບ ແລະ ເປັນມິດກັບສິ່ງແວດລ້ອມ.
  • ພັດທະນາລະບົບຄຸ້ມຄອງບໍລິຫານຕົວເມືອງດ້ວຍເຕັກໂນໂລຊີ, ສ້າງຄວາມໂປ່ງໃສ, ກວດສອບ, ເຂົ້າເຖິງແຫຼ່ງຂໍ້ມູນດ້ານການປົກຄອງ ແລະ ເສດຖະກິດ.
  • ການເຄື່ອນໄຫວດໍາເນີນທຸລະກິດໄດ້ຢ່າງສະດວກຕິດພັນ ກັບການພັດທະນາຄວາມຮູ້ດ້ານໄອທີ.
  • ພັດທະນາສິ່ງອໍານວຍຄວາມສະດວກທີ່ມີຄຸນນະພາບ ແລະ ມາດຕະຖານສາກົນ, ກໍ່ສ້າງລະບົບການໂທລະຄົມສື່ສານ ແລະ ການປ້ອງກັນຂໍ້ມູນຂອງລະບົບໄຊເບີ ທີ່ທັນສະໄໝຕາມມາດຕະຖານສາກົນ.
  • ການສ້າງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ເທົ່າທຽມກັບປະເທດອື່ນທີ່ພັດທະນາແລ້ວ.

ນິຕິກໍາທີ່ກ່ຽວຂ້ອງ

  • ໃບມອບສິດ ຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 78/ນຍ, ລົງວັນທີ 13 ກໍລະກົດ 2020
  • ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ແຜນການ ແລະ ການລົງທຶນ ກັບ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໃນຄັ້ງວັນທີ 07 ສິງຫາ 2020 ແລະ ສະບັບດັດແກ້ ເລກທີ 22 ມີນາ 2021
  • ຂໍ້ຕົກລົງ ຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 1719/ກຜທ.ຫຂສພ.6, ລົງວັນທີ 21 ຕຸລາ 2020
  • ຂໍ້ຕົກລົງ ຂອງ ທ່ານເຈົ້າຄອງ ນວ ສະບັບເລກທີ 538/ຈນວ, ລົງວັນທີ 21 ຕຸລາ 2020 ແລະ ຂໍ້ຕົກລົງຂອງ ທ່ານຮອງເຈົ້າຄອງ ນວ ສະບັບເລກທີ 705/ຈນວ, ລົງວັນທີ 31 ສິງຫາ 2021
  • ຂໍ້ຕົກລົງຂອງທ່ານເຈົ້າເມືອງເມືອງໄຊເສດຖາ ສະບັບເລກທີ 158/ຈມ,ຊຖ, ລົງວັນທີ 25 ພະຈິກ 2021
  • ຂໍ້ຕົກລົງຂອງທ່ານເຈົ້າເມືອງເມືອງຫາດຊາຍຟອງ ສະບັບເລກທີ 156/ຈມ.ຫຊຟ, ລົງວັນທີ 8 ກັນຍາ 2021
  • ແຈ້ງການເລກທີ 083/ຫວນວ, ລົງວັນທີ 10 ພະຈິກ 2021 ເພື່ອຫ້າມບໍ່ໃຫ້ມີການປຸກສ້າງ, ຕໍ່ເຕີມ, ຊື້-ຂາຍ, ຊວດຈຳ ຫຼື ໂອນສິດໃຊ້-ສິດນຳໃຊ້ທີ່ດິນ, ຈົກໜອງນ້ຳ, ຈົກດິນຂາຍຢູ່ໃນຂອບເຂດໂຄງການ
  • ແຜນທີ່ສະແດງຂອບເຂດສຶກສາຄວາມເປັນໄປໄດ້ຂອງໂຄງການ ສະບັບເລກທີ 715/ພຊສ.ນວ, ລົງວັນທີ 28 ກຸມພາ 2022.

ໂອກາດໃນດ້ານຕະຫຼາດ

  • ສປປ ລາວ ແມ່ນຈຸດໃຈກາງຂອງອາຊຽນ ມີການເຊື່ອມໂຍງທາງດ້ານການຄ້າ ແລະ ການລົງທຶນກັບບັນດາພື້ນຖານເສດຖະກິດທີ່ສໍາຄັນໃນພາກພື້ນ ແລະ ພາຍນອກ.
  • ສປປ ລາວ ມີສົນທິສັນຍາການລົງທຶນສອງຝ່າຍກັບ 27 ປະເທດ ແລະ ໄດ້ເຂົ້າໄປເປັນສະມາຊິກຂອງອົງການ ການຄ້າໂລກ (WTO) ແລະ ເຊື່ອມໂຍງເຂົ້າກັບພາກພື້ນປະຊາຄົມເສດຖະກິດອາຊຽນ (AEC).
  • ທີ່ຕັ້ງຍຸດທະສາດເພາະມັນເປັນຈຸດເຊື່ອມຕໍ່ລະຫວ່າງຈີນ, ຫວຽດນາມ, ໄທ ແລະ ປະເທດກໍາປູເຈຍ ຈຶ່ງສາມາດເປັນປະຕູສູ່ການຄ້າ (Land Link) ສິ່ງສໍາຄັນ.
  • ລັດຖະບານ ສປປ ລາວ ກໍານົດທິດທາງຈະເປີດເສລີທາງດ້ານເສດຖະກິດ ແລະ ເປີດກວ້າງໃຫ້ແກ່ພາກເອກະຊົນໂດຍຜ່ານກົດໝາຍສົ່ງເສີມການລົງທຶນທີ່ໄດ້ຮັບການປັບປຸງ (IPL) ປີ 2017.
  • ສປປ ລາວ ໄດ້ສ້າງເຂດເສດຖະກິດພິເສດ (SEZs) ເປັນສະຖານທີ່ສ້າງໂອກາດໃໝ່ໆ ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃຫ້ເຂັ້ມແຂງຂຶ້ນ.
  • ເຂດເສດຖະກິດພິເສດໄດ້ສົ່ງເສີມລະບົບນິເວດ ທີ່ມິຊີວິດ ຊິວາ ທີ່ຊ່ວຍໃຫ້ຊາວທ້ອງຖິ່ນ ແລະ ຕ່າງປະເທດຫັນແນວຄວາມຄິດທີ່ມີຫົວຄິດປະດິດສ້າງ ເຂົ້າໃນທຸລະກິດ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນ

ຮູບພາບ ເມືອງທີ່ທັນສະໄໝ

ຜັງລວມໂຄງການ

ເຂດການຄ້າ – ການລົງທຶນ

ເຂດອຸດສາຫະກໍາ ແລະ ປຸງແຕ່ງທັນສະໄໝ

ເຂດໂລຈິສຕິກ ການບໍລິການຂົນສົ່ງຄົບວົງຈອນ

ເຂດທີ່ຢູ່ອາໄສ, ອາຄານຄອນໂດມີນຽມ, ບ້ານຈັດສັນ ແລະ ອື່ນໆ

ເຂດບໍລິການຄົບວົງຈອນ

ເຂດສາທາລະນະສຸກ ສູນສຸຂະພາບທັນສະໄໝ

ເຂດການສຶກສາ, ສະຖາບັນຄົ້ນຄວ້າ ແລະ ວິໃຈ

ເຂດການສຶກສາ, ສະຖາບັນຄົ້ນຄວ້າ ແລະ ວິໃຈ

ເສັ້ນທາງສີຂຽວ

Compare listings

Compare