ເຂດເສດຖະກິດພິເສດຄອນພະເພັງ ຍິ່ງໃຫຍ່ອາລັງການແທ້ໆ (ມີແບບຈຳລອງ)

ເຂດເສດຖະກິດພິເສດ ຄອນພະເພັງ ມີສະຖານທີ່ຕັ້ງຢູ່ເມືອງໂຂງ ແຂວງຈຳປາສັກ ກຳລັງເປັນທີ່ສົນໃຈຂອງຢ່າງໜັກຂອງສັງຄົມໃຈປັດຈຸບັນ ໂດຍສະເພາະແມ່ນພີ່ນ້ອງທາງເຂດມະຫານາທີສີພັນດອນ.

ເພາະໄລຍະຜ່ານມາ ໄດ້ມີຂ່າວອອກມາເລື້ອຍໆກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການສຳຫຼວດ-ອອກແບບເຂດເສດຖະກິດດັ່ງກ່າວ ເພື່ອພັດທະນາໃຫ້ກາຍເປັນສູນການຄ້າ, ການລົງທຶນ ແລະ ທ່ອງທ່ຽວທີ່ໃຫຍ່ທີ່ສຸດອີກແຫ່ງໜຶ່ງຂອງພາກໃຕ້.

ຫຼ້າສຸດ ສື່ອອນລາຍໄດ້ມີການເຜີຍພາບທີ່ຢູ່ໃນຂັ້ນຕອນການອອກແບບເຂດເສດຖະກິດພິເສດຄອນພະເພັງ ອອກມາໃຫ້ເຫັນພໍຄາວໆແລ້ວ ເຊິ່ງຈະປະກອບມີ: ເຂດຈັດສັນຕົວເມືອງໃໝ່ຄອນພະເພັງ, ເຂດສູນການຄ້າ, ການທ່ອງທ່ຽວ, ໂຮງແຮມ ປະກອບມີ: (ໂຮງແຮມ ມະຫານະທີ, ໂຮງແຮມ ດອນສັນຕິພາບ, ໂຮງແຮມ ສີທັນດອນ, ໂຮງແຮມ ແມ່ຂອງດັອນຟິນ, ໂຮງແຮມ ສົມພະມິດ ແລະ ໂຮງແຮມ ຄອນພະເພັງ); ເຂດເມືອງໃຫມ່ດອນໂຂງ, ເຂດກະສິກຳ, ສວນອຸທະຍານ ແລະ ອື່ນໆ.

ຂ່າວກ່ອນໜ້ານີ້, ເມື່ອຕົ້ນເດືອນຕຸລາຜ່ານມາລະບຸວ່າ: ກຸ່ມບໍລິສັດອຸດສາຫະກໍາແມ່ນໍ້າເຫລືອງແຂວງກວາງຕຸງ ສປ ຈີນ ກໍາລັງສຶກສາ-ອອກແບບໂຄງການກໍ່ສ້າງເຂດເສດຖະກິດພິເສດ, ເຊິ່ງຕັ້ງຢູ່ໃກ້ເຂດນໍ້າຕົກຄອນພະເພັງເມືອງໂຂງແຂວງຈໍາປາສັກ, ມີເນື້ອທີ່ຫລາຍກ່ວາ 7.000 ເຮັກຕາ, ຈະແບ່ງອອກເປັນ 4 ເຂດໃຫຍ່ ​ແລະຈະໃຊ້ງົບປະມານ 10 ຕື້ກວ່າໂດລາສະຫະລັດເພື່ອພັດທະນາເຂດດັ່ງກ່າວ.​

ໂຄງການສຶກສາ-ອອກແບບເຂດເສດຖະກິດພິ​ເສດຄອນ​ພະ​ເພັງຄາດວ່າຈະໃຫ້ສໍາເລັດໃນປີ 2018. ໃນເດືອນມິຖຸນາຜ່ານມາ ລັດຖະບານລາວ ແລະ ກຸ່ມບໍລິສັດດັ່ງກ່າວ, ​ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອດໍາເນີນການສໍາຫລວດ-ອອກແບບໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຄາດໝາຍ.

source: https://laoedaily.com.la

Join The Discussion

Compare listings

Compare