ບໍລິສັດ AVS – House ອະສັງຫາລິມະຊັບ ເຂົ້າສ້າງເຮືອນຈັດສັນ ໃຈກາງເມືອງເປັນທາງເລືອກໃໝ່ໃຫ້ລູກຄ້າ

ປັດຈຸບັນທຸລະກິດອະສັງຫາລິມະຊັບໃນ ສປປ ລາວ ຖືວ່າມາແຮງ, ມີນັກທຸລະກິດຫຼາຍຄົນຫັນມາໃຫ້ຄວາມສົນໃຈລົງທຶນດ້ານນີ້ຫຼາຍຂຶ້ນສະແດງອອກມີຫຼາຍໂຄງການທີ່ເກີດຂຶ້ນ ເຊັ່ນ: ເຮືອນຈັດສັນ, ອາພາດເມັນ, ຫ້ອງແຖວ, ໂຄງການດິນແບ່ງຂາຍ ແລະ ອື່ນໆ. ທັງມີການແຂ່ງຂັນດ້ານເງື່ອນໄຂການຕະຫຼາດສູງເພື່ອສ້າງທາງເລືອກທີ່ດີທີ່ສຸດໃນການດຶງດູດລູກຄ້າ.
ທ່ານ ອາໄຊ ຫຼວງຄຳແດງ ອຳນວຍການບໍລິສັດ AVS – House ອະສັງຫາລິມະຊັບໄດ້ກ່າວ​ວ່າ: ບໍລິສັດ AVS – House ອະສັງຫາລິມະຊັບ ເປັນບໍລິສັດໜຶ່ງທີ່ດຳເນີນທຸລະກິດອະສັງຫາແບບຄົບວົງຈອນ ແລະ ມີປະສົບການດ້ານທຸລະກິດກ່ຽວກັບອະສັງຫາມາຫຼາຍກວ່າ 20 ປີ ( ເປັນທຸລະກິດຄອບຄົວ ) ຜ່ານມາກໍ່ມີຫຼາຍໂຄງການທີ່ປະສົບຄວາມສຳເລັດ, ປັດຈຸບັນບໍລິສັດກຳລັງດຳເນີນໂຄງການສ້າງເຮືອນຈັດສັນທີ່ເປັນໂຄງການໃຫຍ່ໃນເນື້ອທີ່ປະມານ 2 ເຮັກຕາ ຢູ່ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ( ໃກ້ກັບສະໜາມບິນສາກົນວັດໄຕ ) ແລະ ສາມາດເຂົ້າໄດ້ 2 ທາງຄື: ທາງຮ່ອມຂ້າງຕະຫຼາດສີໄຄ ແລະ ທາງຮ່ອມຂ້າງສະໜາມບິນ.

ອາໄຊ ຫຼວງຄຳແດງ

ໂຄງການນີ້ມີເຮືອນທັງໝົດ 27 ຫຼັງ ແລະ ອີກ 1 ຫຼັງແມ່ນສູນອອກກຳລັງກາຍ ແລະ ມີສະລອຍນ້ຳ 1 ແຫ່ງ ປັດຈຸບັນສ້າງສຳເລັດເກືອບ 20 ຫຼັງ ລວມຄວາມຄືບໜ້າທັງໝົດປະມານ 60% ໃນໂຄງການນີ້ເນັ້ນການອອກແບບເຮືອນທີ່ມີຄວາມທັນສະໄໝມີທັງແບບນ້ອຍ ແລະ ໃຫຍ່ ປັດຈຸບັນມີລູກຄ້າມາຈອງ 5 – 6 ຫຼັງ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນຮູບແບບການສ້າງໂຄງການເຮືອນຈັດສັນນີ້ພວກເຮົາເຮັດແບບຄ່ອຍເປັນຄ່ອຍໄປ ( ສ້າງໂຄງຮ່າງໄວ້ຖ້າລູກຄ້າສົນໃຈ ຫຼື ເລືອກເອົາຫຼັງໃດພວກເຮົາຈຶ່ງຕົກແຕ່ງໃຫ້ສຳເລັດທັງໝົດ ) ເພາະຫາກສ້າງສໍາເລັດ 100% ແຕ່ລູກຄ້າບໍ່ມາຊື້ມັນກໍ່ເປັນການນອນທຶນ ທີ່ສຳຄັນຫາກລູກຄ້າຢາກຕົກແຕ່ງຫຍັງເພີ່ມກໍ່ຍັງສາມາດບອກພວກເຮົາໄດ້ ພາຍໃນເຮືອນຈະປະກອບມີໂທລະພາບ, ແອ, ເຟີນີເຈີຄົບພ້ອມ, ສ່ວນດ້ານໂຄງລ່າງພື້ນຖານສ່ວນຫຼາຍບັນຫາຫຼັກທີ່ຈະເກີດຂຶ້ນຕາມມາຫຼັງສຳເລັດໂຄງການກໍ່ຄື: ລະບົບລະບາຍນ້ຳເສຍ, ຈຸດພັກຜ່ອນ, ສະຖານທີ່ອອກກຳລັງກາຍ ແລະ ດ້ານສິ່ງແວດລ້ອມເປັນຕົ້ນກ່ຽວກັບບັນຫານີ້ບໍລິສັດພວກເຮົາໄດ້ມີການຈັດສັນທຸກຢ່າງເປັນຢ່າງດີ ແລະ ຄົບຊຸດ.

    ການເຮັດທຸລະກິດອະສັງຫາລິມະຊັບໃນຍຸກ

ການແຂ່ງຂັນນີ້ແມ່ນມີຄວາມທ້າທາຍຫຼາຍຢ່າງ ແຕ່ສິ່ງທີ່ເຮັດໃຫ້ບໍລິສັດເຮົາໄດ້ປຽບບັນດາຄູ່ແຂ່ງຄື: ທຸກສິ່ງທຸກຢ່າງຂອງເຮືອນທີ່ພວກເຮົາສ້າງແມ່ນສາມາດຮອງຮັບດ້ານມາດຕະຖານສາກົນເນື່ອງຈາກຂ້າພະເຈົ້າຮຽນຈົບດ້ານສະຖາປະນິກ ຈາກປະເທດອົດສະຕຣາລີ. ດັ່ງນັ້ນ, ພວກເຮົາຈະຮັບປະກັນດ້ານສີມືການກໍ່ສ້າງ ຕົວຢ່າງ: ຝາເຮືອນພວກເຮົາແມ່ນໄດ້ກໍ່ເປັນຝາ 20 ຊັງຕີແມັດໝົດ ແລະ ທີ່ສຳຄັນລາຄາເຮືອນແມ່ນຖືວ່າຍັງຢູ່ໃນເກນທີ່ຕໍ່າຫາກທຽບໃສ່ມາດຕະຖານຂອງເຮືອນ ເພາະຫາກສົມທຽບເຮືອນທີ່ສ້າງສ່ວນຫຼາຍຈະເປັນຝາ 10 ຊັງຕີແມັດເທົ່ານັ້ນ. ນອກຈາກດ້ານມາດຕະຖານແລ້ວດ້ານການຈ່າຍຊໍາລະເງິນແມ່ນພວກເຮົາອຳນວຍຄວາມສະດວກສະບາຍໃຫ້ລູກຄ້າ, ຫາກລູກຄ້າທ່ານໃດມີເງື່ອນໄຂໃນຮູບແບບໃດກໍ່ສາມາດເຂົ້າມາລົມກັບພວກເຮົາໄດ້ແບບພິເສດ ຫຼື ສາມາດຊຳລະຜ່ອນໄລຍະ 2 ປີ ບໍ່ມີດອກເບ້ຍ; ສາມາດຈ່າຍຜ່ອນກັບທະນາຄານໄດ້ຈ່າຍກ່ອນ 30%, ສ່ວນ 70% ສາມາດຜ່ອນຍາວ 10 – 15 ປີ ຫາກທ່ານໃດສົນໃຈກໍ່ສາມາດເຂົ້າມາລົມກັນໄດ້ ທ່ານ ອາໄຊ ຫຼວງຄຳແດງ ກ່າວ.ທ່ານກ່າວຕື່ມວ່າ: ສຳລັບໂຄງການນີ້ເຮືອນຫຼັງໃຫຍ່ຈະມີເນື້ອທີ່ດິນ 600 ຕາແມັດ ເນື້ອທີ່ໃຊ້ສອຍ 350 ຕາແມັດ, ສ່ວນເຮືອນຫຼັງນ້ອຍມີເນື້ອທີ່ດິນ 450 ຕາແມັດ ເນື້ອທີ່ໃຊ້ສອຍ 320 ຕາແມັດ ໄດ້ເລີ່ມລົງມືສ້າງມາແຕ່ທ້າຍປີ 2015 ສ່ວນດ້ານລາຄາແມ່ນເລີ່ມຕົ້ນ 320,000 ໂດລາ ແລະ ລາຄາສູງສຸດ 9 ແສນໂດລາ ພ້ອມໂອນໃບຕາດິນຂອບທອງໃຫ້ໂດຍບໍ່ໄດ້ຈ່າຍເພີ່ມ ຜ່ານການເຮັດທຸລະກິດອະສັງຫາຜ່ານມາຈະເຫັນວ່າກຸ່ມລູກຄ້າຫຼັກແມ່ນເປັນຄົນລາວ 50% ແລະ ຕ່າງປະເທດ 50% ນອກຈາກໂຄງການເຮືອນຈັດສັນແລ້ວພວກເຮົາຍັງມີໂຄງການນ້ອຍໆອີກຫຼາຍແຫ່ງທີ່ໄດ້ສຳເລັດໄປແລ້ວ ແລະ ຍັງບໍ່ທັນໄດ້ສຳເລັດ ໂດຍສະເພາະແມ່ນຫ້ອງແຖວ, ອາພາດເມັນທີ່ກຳລັງດຳເນີນກິດຈະການຢູ່ ສ່ວນດ້ານການຕະຫຼາດພວກເຮົາໄດ້ມີການໂຄສະນາຜ່ານໜັງສືພິມ, ແຜ່ນພັບ, ໃບປີວ, ຜ່ານເຟສບຸ໊ກ ເຊິ່ງຖືວ່າໄດ້ຮັບການຕອບຮັບທີ່ດີຫຼາຍ.
ນອກຈາກໂຄງການສ້າງເຮືອນຈັດສັນແລ້ວພວກເຮົາກໍ່ກໍາລັງສ້າງອາພາດເມັນ, ຫ້ອງແຖວ, ເຮືອນ, ຕຶກແຖວຂາຍອີກຫຼາຍແຫ່ງ ຢູ່ຫຼາຍເຂດໃນນະຄອນຫຼວງວຽງຈັນ, ບໍລິສັດພວກເຮົາເປັນບໍລິສັດອະສັງຫາທີ່ຄົບວົງຈອນ, ຫາກທ່ານໃດສົນໃຈກໍ່ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ ບໍລິສັດ AVS – House ອະສັງຫາລິມະຊັບ, ທ່ານ ອາໄຊ ຫຼວງຄຳແດງ ກ່າວ.

ແຫຼ່ງທີ່ມາຈາກ: ເສດຖະກິດການຄ້າ

Join The Discussion

Compare listings

Compare