Search
Price Range $100 $50,000,000

ບໍລິສັດອຳມະຕະ ຄໍປໍເຣເຊິນ ຈຳກັດ ສົນໃຈສ້າງເມືອງ ທັນສະໄໝ ຢູ່ແຂວງອຸດົມໄຊ

ບໍລິສັດອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ສົນໃຈສ້າງເມືອງທັນສະໄໝ ຫຼື ເອີ້ນ ວ່າ AMATA Smart & Eco City ຢູ່ແຂວງອຸດົມໄຊ. ໃນວັນທີ 1 ມັງກອນ 2019 ນີ້ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ(MOU) ລະຫວ່າງອົງ ການປົກຄອງອຸດົມໄຊ ກັບບໍ ລິສັດອຳມະຕະ   ຄໍປໍເຣເຊິນ ຈຳກັດ (ມະຫາຊົນ)

ຂຶ້ນຢູ່ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ. ຕາງໜ້າອົງການປົກຄອງແຂວງ ນໍາໂດຍທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງ ອຸດົມໄຊ ພ້ອມດ້ວຍການນໍາ ຂອງແຂວງ ແລະ ເມືອງ, ຕາງ ໜ້າຝ່າຍບໍລິສັດແມ່ນທ່ານ ວິກົມ ກົມມະດິດ ປະທານເຈົ້າ ໜ້າທີ່ບໍລິຫານບໍລິສັດອຳມະ ຕະຄໍປໍເຣເຊິນ ຈຳກັດ.

ທັງສອງຝ່າຍຕົກລົງເຫັນ ດີໃນການຊຸກຍູ້ໂຄງການພັດທະ ນາເມືອງທັນສະໄໝທີ່ແຂວງ ອຸດົມໄຊ ຊຶ່ງບົດບັນທຶກຂໍ້ຕົກ ລົງຄວາມຮ່ວມມືສະບັບນີ້ແມ່ນ ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍ ບົດບັນທຶກຄວາມເຂົ້າໃຈທີ່ບໍລິສັດໄດ້ເຊັນກັບລັດຖະບານ ແຫ່ງ ສປປ ລາວ ຄັ້ງວັນທີ 2 ເມສາ 2018 ເພື່ອສຶກສາ, ສຳ ຫຼວດຄວາມເປັນໄປໄດ້ຂອງໂຄງການພັດທະນາເມືອງທັນສະໄໝ ທີ່ແຂວງອຸດົມໄຊ ໃນຂອບເຂດພື້ນທີ່ການສຶກສາ 70 ກິໂລຕາແມັດ ແລະ ຈະຂໍຂະຫຍາຍເປັນ 200 ກິໂລຕາແມັດໃນອະນາຄົດ ໂດຍມີເປົ້າໝາຍ ເພື່ອເປັນການຜັນຂະຫຍາຍແນວຄິດລິເລິ່ມໃນການສ້າງຕົວເມືອງ ທັນສະໄໝ (AMATA Smart & Eco City) ແລະ ຍັງເປັນການຜັນປ່ຽນ ສປປ ລາວ ທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດທີ່ມີການເຊື່ອມຕໍ່ກັບບັນດາປະເທດໃນເຂດພາກພື້ນ, ສ້າງໃຫ້ເປັນຕົວເມືອງຕົ້ນແບບແຫ່ງອະນາຄົດ ຊຶ່ງໃນບົດບັນທຶກສະບັບນີ້ ບໍລິສັດຈະເປັນຜູ້ສຳປະທານທີ່ດິນຈາກ ລັດຖະບານ ສປປ ລາວ ເພື່ອພັດທະນາເມືອງທັນສະໄໝ ແລະ ເຂດການຂົນສົ່ງທີ່ທັນສະໄໝຕາມແນວທາງການພັດທະນາຢ່າງຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຍົກລະດັບຊຸມຊົນໃຫ້ທັນ ສະໄໝ ແລະ ເປັນມິດຕໍ່ກັບສິ່ງ ແວດລ້ອມອີກທັງຍັງສະໜັບ ສະໜູນໃນການສ້າງວຽກເຮັດງານທຳ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍບໍລິສັດຈະເປັນເຈົ້າການໃນການສຶກສາ, ວິໄຈ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກສັງຄົມຂອງໂຄງການ ແລະ ຊອກຫາແຫຼ່ງທຶນ, ເຕັກນິກ, ຂາຫຸ້ນ ຫຼື ລູກຄ້າ ທັງພາຍໃນ ແລະ ຕ່າງ ປະເທດຈາກບັນດາຜູ້ຮ່ວມພັດ ທະນາມາລົງທຶນ ຊຶ່ງມີເປົ້າ ໝາຍທີ່ຈະເລີ່ມການກໍ່ສ້າງໃນປີ 2019.

ພາບ-ຂ່າວ: ນສພ ປະຊາຊົນ

Join The Discussion

10 thoughts on “ບໍລິສັດອຳມະຕະ ຄໍປໍເຣເຊິນ ຈຳກັດ ສົນໃຈສ້າງເມືອງ ທັນສະໄໝ ຢູ່ແຂວງອຸດົມໄຊ”

  • about flagyl

    I couldn’t turn down commenting. Profoundly written!

  • does flagyl treat std

    This is the compassionate of writing I positively appreciate.

  • xidnr

    oral zithromax 500mg – azithromycin 250mg cost oral metronidazole 200mg

  • lizap

    purchase zithromax online cheap – order tindamax pill flagyl 200mg oral

  • 01p3k

    order rybelsus 14 mg – periactin order cyproheptadine 4mg drug

  • 9rx7r

    semaglutide 14 mg cheap – semaglutide 14mg pills periactin usa

  • dle7b

    motilium cheap – sumycin canada cyclobenzaprine over the counter

  • h8ewh

    purchase domperidone pill – oral domperidone 10mg order generic flexeril

  • mndew

    buy inderal generic – buy propranolol paypal order methotrexate

  • 7f01u

    buy generic propranolol – buy clopidogrel 75mg generic oral methotrexate 2.5mg