ເມືອງໂຂງ, ແຂວງຈຳປາສັກ ປະເທດລາວ, ກຳລັງຊິກ້າວໄປສູ່ຄວາມສີວິໄລແບບເຕັມຮູບແບບ ນີ້ແມ່ນຮູບຈໍາລອງ ໜຶ່ງໃນເຂດເສດຖະກິດພິເສດ “ມະຫານະທີ ສີທັນດອນ” ຕຶກແຝດ ຮູບຊົງ “ແຄນລາວ” ຈະຕັ້ງສູງເດັ່ນ ເປັນສະຫງ່າ ໜຶ່ງໃນສັນຍາລັກແລນມາກ ນະຄອນຫຼວງແຫ່ງພາກໃຕ້. ຄາດວ່າຈະເລີ່ມການພັດທະນາໃນປີໜ້າ ເຊິ່ງເປັນການລົງທຶນຂອງກຸ່ມບໍລິສັດຂະໜາດໃຫຍ່ຂອງຈີນ ອັນດັບທີ 6 ຊື່ ກຸ່ມບໍລິສັດ ກວາງຕຸ້ງ ຫວງເຫີ.
ໃນວັນທີ 15 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລື ວິຊາການຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທຳມະຊາດ ຂອງໂຄງການດັ່ງກ່າວ. ປັດຈຸບັນນີ້, ໂຄງການດັ່ງກ່າວກໍາລັງຢູ່ໃນໄລຍະຂອງການຂຽນບົດປະເມີນຜົນກະທົບດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຫຼັງຈາກທີ່ຜູ້ພັດທະນາໂຄງການ ໄດ້ໃບຢັ້ງຢືນສິ່ງແວດລ້ອມແລ້ວ ຈຶ່ງຈະຢືນເຊັນສັນຍາ ສໍາປະທານກັບລັດຖະບານລາວ ປະມານກາງ ຫາ ທ້າຍ ເດືອນມັງກອນ 2018 ໂຄງການຈຶ່ງຈະຮັບຮູ້ຂໍ້ມູນຢ່າງເປັນທາງການ.
ແຜນການສຶກສາຄວາມເປັນໄປໄດ້ ໂຄງການພັດທະນາເຂດເສດຖະກິດພິເສດມະຫານະທີສີທັນດອນ ເມືອງໂຂງ ແຂວງຈຳປາສັກ ໃນເດືອນຕຸລາ 2017.