Search
Price Range

ຕ້ອງ​ການ​ການ​ຕະ​ຫລາດ ອະ​ສັງ​ຫາ​ລິ​ມະ​ຊັບ 1-ຕຳ​ແຫ​ນ່ງ​ດ່ວນ

ພະນັກງານການຕະຫຼາດອະສັງຫາ
RentsBuy ແມ່ນບໍລິສັດນາຍໜ້າຂາຍ-ເຊົ່າອະສັງຫາອັນດັບຕົ້ນໆຂອງບ້ານເຮົາ ສ້າງຕັ້ງແຕ່ປີ 2008 ໂດຍມີປະສົບການກ່ຽວກັບຕະຫຼາດອະສັງຫາທີ່ລາວມາຫຼາຍກວ່າ 15 ປີ ພວກເຮົາຫມຸ່ງຫມັ້ນໃນການໃຫ້ບໍລິການຢ່າງເປັນມືອາຊີບ ແລະ ມາດຕະຖານສາກົນ ເພື່ອການພັດທະນາບໍລິການໃຫ້ດີຂື້ນຢ່າງຕໍ່ເນື່ອງ ພວກເຮົາກຳລັງຊອກຫາພະນັກງານການຕະຫຼາດອະສັງຫາ  Marketing ມາເສີມທິມດ່ວນ

ຄຸນສົມບັດ:
• ໃຊ້ພາສາອັງກິດໄດ້ດີ (ທັງຟັງ, ເວົ້າ, ອ່ານ ແລະ ຂຽນ)
• ມີຄວາມຮູ້ດ້ານຄອມພິວເຕີ ແລະ ຄຸ້ນເຄີຍກັບແພລດຟອມອອນໄລນ໌
• ທັກສະການສື່ສານ ແລະ ມະນຸດສຳພັນດີ
• ເປັນຄົນທີ່ຮ່ວມງານເປັນທີມ ເປັນຄົນຮັບຜິດຊອບ 

ຫນ້າທີ່ຮັບຜິດຊອບ:
• ຈັດການລາຍການອະສັງຫາໃນເວັບໄຊ ແລະ ຮັບປະກັນວ່າຂໍ້ມູນແມ່ນຖືກຕ້ອງ ແລະ ທັນສະໄໝ
• ໂຄສະນາ ແລະ ການຕະຫຼາດອະສັງຫາຜ່ານແພລດຟອມອອນໄລນ໌ ແລະ ໂຊ່ຊຽວມີເດຍ
• ປະສານງານ ແລະ ຕິດຕໍ່ກັບລູກຄ້າ ແລະ ເຈົ້າຂອງອະສັງຫາ
• ຊອກຫາລູກຄ້າໃໝ່ໃນໂຊ່ຊຽວມີເດຍ ແລະ ລວບລວມຂໍ້ມູນເພີ່ມເຕີມໃຫ້ກັບຜູ້ອຳນວຍການ
• ຕອບຄຳຖາມຂອງລູກຄ້າຜ່ານຊ່ອງທາງຕ່າງໆ: ແຊັດ, ອີເມວ, ແລະ ໂທລະສັບ
• ເຮັດການຕະຫຼາດອອຟໄລນ໌ດ້ວຍ ຕາມການມອບໝາຍຫຼືພົບພາລູກຄ້າເປົ້າໝາຍ

ລາຍໄດ້ດີພ້ອມຄ່າຄອມ ຄ່າ​ເຄ​ສ ທີຫນ້າພໍໃຈ ລາຍໄດ້ຕໍ່ເດືອນ 4,000,000 – 8,000,0000 ກີບ/ເດືອນ ບາງເດືອນກໍ່ໄດ້ຫລາຍກວ່ານີ້ ຕາມທິມການບໍລິການປິດການຂາຍໄດ້
 
ຜູ້ສົນໃຈກະລຸນາສົ່ງ ປະຫວັດຢ່າງລະອຽດ (CV) ໄປທີ່: info@rentsbuy.com
📞 ສອບຖາມລາຍລະອຽດເພີ່ມເຕີມ ໄດ້ທີ່ພະແນກບຸກຄະລາກອນ (HR) ໂທ/WhatsApp: 0020 22 991 889
RentsBuy Sole Co., Ltd
Phonthan Rd, House No.2, Unit 01, Phontan Village, Saysetta District, Vientiane, Lao PDR