ນາຍ​ຫນ້າ​ຈະ​ບໍ​ປະ​ສົບ​ຜົນ​ສຳ​ເລັດ​ຫາກ​ມີ ຖ້າມີນິໄສ 5 ຢ່າງ​ນີ້

ບໍ່ຄວນເປັນນາຍໜ້າ ຖ້າທ່ານຍັງມີນິໄສ……

1. ຂີ້ຄ້ານ: ຢ່າມາເປັນນາຍໜ້າ ຖ້າທ່ານມີນິໃສ ຂີ້ຄ້ານ ແລະ ກຳລັງຊອກຫາວິທີທີ່ໄດ້ເງີນມາງ່າຍໆ ໂດຍບໍ່ຕ້ອງອອກແຮງ ແລະ ຫວັງວ່າສິງທີ່ເຮັດ ຈະເຮັດໃຫ້ທ່ານໄດ້ເງີນໃນຂ້າມຄືນ.

2. ບໍ່ມີຄວາມອົດທົນ: ຖ້າທ່ານ ບໍ່ມີຄວາມອົດທົນ ຫລື ລໍຖ້າສິ່ງທີ່ຕ້ອງການບໍ່ໄດ້ ຢ່າມາເປັນນາຍໜ້າ, ເພາະບາງທີ ມັນອາດຈະໃຊ້ເວລາ ເປັນອາທິດ, ເປັນເດືອນ ໃນການທີ່ລູກຄ້າ ຈະຈ່າຍເງີນແຕ່ລະງວດ ກ່ອນທີ່ຈະໄດ້ຄ່ານາຍໜ້າມາ, ເຖິງແມ່ນວ່າ ທ່ານຈະໄດ້ຮັບການອົບຮົມເປັນຢ່າງດີ ແຕ່ມັນກໍ່ຈະມີຊວ່ງເວລາ ທີ່ທ່ານຕ້ອງລໍຄອຍ, ຖ້າທ່ານຄິດວ່າທ່ານຈະສ້າງລາຍໄດ້ 7-8 ຫລັກໃນຄືນດຽວ, ການເປັນນາຍໜ້າ ອາດຈະບໍ່ແມ່ນຕົວເລືອກທີ່ດີ ສຳລັບທ່ານ.

3. ເຮັດທຸກຢ່າງເອງ ໂດຍບໍ່ໄດ້ຜ່ານການອົບຮົມ ສຳມະນາ ມາກ່ອນ: ຖ້າທ່ານຄິດເອງວ່າທ່ານມີທັກສະທ່ານດ້ານອື່ນທີ່ດີ ແລ້ວເຊັ່ນ ທັກສະການຕະຫລາດ ຫລື ທັກສະອື່ນໆ ແລ້ວທ່ານຈະມາເປັນນາຍໜ້າໄດ້ເລີຍ ດວ້ຍການເຮັດທຸກຢ່າງເອງ ມັນຈະເຮັດໃຫ້ທ່ານເສຍເວລາຫລາຍ, ເພື່ອຫລິກເວັ້ນໂຕນີ້, ທ່ານສາມາດເຂົ້າຮວ່ມອົບຮົມ ຫລື ຂໍຄໍາປຶກສາ ນໍາຜູ້ທີ່ມີປະສົບການ ຫລື ຜູ້ຊ່ຽວຊານດ້ານນີ້ໂດຍກົງ ເພາະມັນຈະເຮັດໃຫ້ທ່ານປະຫຍັດເວລາ ແລະ ຫລຸດຜ່ອນຄວາມຜິດພາດ ທີ່ອາດຈະເກິດຂື້ນໄດ້. ໃຫ້ ຈື່ໄວ້ວ່າ ການເປັນນາຍໜ້າ ແມ່ນການເດີນທາງທີ່ຕ້ອງຕໍ່ສູ້ກັບຄວາມຜິດຫວັງຊໍ້າໆ ເປັນເວລາດົນນານ ຈົນກວ່າທ່ານຈະເລີ່ມຮຽນຮູ້. ດັ່ງນັ້ນ, ຢ່າຟ້າວເປັນນາຍໜ້າ ຖ້າທ່ານຍັງບໍ່ທັນໄດ້ເຂົ້າອົບຮົມ ສຳມະນາ ຫລື ຍັງບໍ່ມີຜູ້ທີ່ຈະຄ່ອຍໃຫ້ຄໍາປືກສາ ເຊິ່ງຄວນຈະເປັນຜູ້ທີ່ມີປະສົບການທາງດ້ານນີ້ໂດຍກົງ.


4. ເປັນຄົນທີ່ຍອມແພ້ງ່າຍໆ: ຖ້າທ່ານເປັນຄົນທີ່ມັກຈະຍອມແພ້ງ່າຍໆ ແລະ ພຽງແຕ່ຕ້ອງການທີ່ຈະພະຍາຍາມທົດລອງເຮັດເບີ່ງວ່າເປັນນາຍໜ້າຈະເປັນແນວໃດ ຫລື ເຂົ້າມາເພື່ອສັງເກດການເບີ່ງ ວ່າຈະເຮັດໄດ້ບໍ່ ທ່ານບໍ່ເໝາະສົມສຳລັບການເປັນນາຍໜ້າ, ເພາະການເຮັດວຽກນີ້ ທ່ານຈະຕ້ອງຜະເຊີນໜ້າກັບສາຍຕາ ແລະ ຄວາມຜິດຫວັງ ທີ່ທ່ານຕ້ອງກ້າວຂ້າມຜ່ານມັນໄປໃຫ້ໄດ້. ອາຊີບນາຍໜ້າ ແມ່ນເໝາະສຳລັບຄົນທີ່ເຂົ້າມາດວ້ຍຄວາມຮັກ, ຄໍາໝັ້ນສັນຍາ, ແລະ ການລົງມືປະຕິບັດຕົວຈິງ, ແລະ ຈະບໍ່ພາດ, ບໍ່ຫລົ້ມແຫລວ ແລະ ບໍ່ອອກຈາກວົງການນີ້ງ່າຍໆ, ຖ້າທ່ານເປັນຄົນທີ່ໝົດຫວັງ, ໝົດກຳລັງໃຈໄດ້ງ່າຍໆ ເສັ້ນທາງການເປັນນາຍໜ້າມືອາຊີບ ອາດຈະບໍ່ແມ່ນຂອງທ່ານ ເພາະວຽກທີ່ຕ້ອງໃຊ້ຄວາມຮູ້ສຶກ ແລະ ຈິດໃຈ ເຂົ້າໃນການເຮັດວຽກ ແມ່ນວຽກທີ່ເປັນຮູບແບບດັ້ງເດີມ ແລະ ຕ້ອງມີຫົວໜ້າ ເປັນຜູ້ຄວບຄຸມ ເຊີ່ງແມ່ນອາຊີບນາຍໜ້າ .

5. ບໍ່ມີວິທີການລິເລີ່ມ ເປັນຂອງຕົນເອງ: ຖ້າທ່ານບໍ່ຮູ້ວິທີ ທີ່ຈະພາຕົນເອງ ໄປຂ້າງໜ້າ ແລະ ທ່ານຕ້ອງການໃຫ້ຜູ້ອື່ນ ເປັນຜູ້ຜັກດັນ ໂຕທ່ານ ໂດຍທີ່ທ່ານບໍ່ເຄີຍທີ່ຈະຄິດທີ່ຈະຍູ້ດັນ ຫລື ໃຫ້ກະຕຸ້ນໃຫ້ຕົນເອງໄດ້ເຮັດວຽກຂອງຕົນເອງເລີຍ ແລະ ທ່ານໄດ້ແຕ່ຫວັງໃຫ້ຄົນອື່ນມາໃຫ້ກຳລັງໃຈ ແລະ ມາກະຕຸ້ນສັ່ງໃຫ້ທ່ານກ້າວໄປຂ້າງໜ້າ, ການເຮັດແບບນັ້ນ ມັນບໍ່ແມ່ນການເຮັດທຸລະແບບ ແຕ່ມັນໝາຍຄວາມວ່າ ທ່ານຢາກມີຫົວໜ້າ, ເປັນຫົວໜ້າ ທີ່ວາງແຜນ ບອກວ່າທ່ານຄວນເຮັດຫຍັງ ເຮັດແນວໃດ. ກົງກັນຂ້າມ ການເປັນນາຍໜ້າ ແມ່ນໝາຍເຖີ່ງການທີ່ເຮົາເປັນເຈົ້າຂອງທຸລະກິດ ເຊີ່ງທ່ານຈະປະສົບຜົນສຳເລັດ ຫລື ບໍ່ ແມ່ນຂື້ນກັບໂຕທ່ານເອງ, ຖ້າທ່ານບໍ່ມີການຂັບເຄື່ອນ ຫລື ຄວາມຝັນທີ່ຫລາຍພໍ ມັນຈະເຮັດໃຫ້ໂຕທ່ານເອງໄປຕໍ່ບໍ່ໄດ້ ໃນເວລາທີ່ຕ້ອງໃຊ້ຄວາມອົດທົນ. ດັ່ງນັ້ນ, ຖ້າທ່ານເປັນແບບທີ່ກ່າວມາຂ້າງເທີງ ທ່ານຕ້ອງຊອກຫາວຽກອື່ນເຮັດແລ້ວ ເພາະອາຊີບນາຍໜ້າ ອາດຈະບໍ່ເໝາະສົມສຳລັບທ່ານ.
ແລ້ວຂ້ອຍຄວນຈະເປັນນາຍໜ້າບໍ່? ທ່ານສົມຄວນເປັນນາຍໜ້າ ຖ້າທ່ານຍີນດີ ທີ່ຈະເຮັດວຽກໜັກ ຢ່າງສະຫລາດ ແລະ ຮູ້ວ່າມັນຕ້ອງໃຊ້ເວລາ ແລະ ຄວາມອົດທົນ ໃນການທີ່ຈະເຮັດໃຫ້ຕົນເອງເລີ່ມຫາເງີນໄດ້ , ອາຊີບນີ້ເປັນອາຊີບທີ່ຫາເງີນໄດ້ຫລາຍ ແລະ ທ່ານຈະເລີ່ມຫາເງີນໄດ້ໃນປະມານ 12 ເດືອນ ທຳອິດ , ຖ້າທ່ານຍີນດີ ທີ່ຈະເຂົ້າຮວ່ມງານສຳມະນາ ແລະ ທ່ານມີຄໍາໝັ້ນສັນຍາ ວ່າຈະບໍ່ຍອມແພ້ງ່າຍໆ ແລະ ພາຕົນເອງໃຫ້ກ້າວຜ່ານຄວາມຜິດຫວັງ ແລະ ລົ້ມເລວ ພ້ອມທັງ ມີວີທີໃນການຂັບເຄືອນຕົວເອງ ໃຫ້ສາມາດເຮັດວຽກໄດ້ ໂດຍບໍ່ໃຫ້ໃຜມາບອກ ເຮັດວຽກເພື່ອໄຊຊະນະຂອງຕົວທ່ານເອງ ຖ້າເຮັດໄດ້ແບບນີ້ ອາຊີບນາຍໜ້າ ແມ່ນໂອກາດສຳລັບທ່ານ

ຖ້າທ່ານມີຄວາມຕັ້ງໃຈແລະກຽມພ້ອມທີ່ຈະຝຶກອົບຮົມວິທີການຫາເງິນໃນການເປັນນາຍໜ້າ, ແນະນໍາໃຫ້ທ່ານລົງທະບຽນເຂົ້າຮວ່ມ ໃນງານສຳມະນາ ນາຍໜ້າອະສັງຫາລິມະຊັບ ຄັ້ງທີ 7 . ເຊີ່ງມັນແມ່ນຫລັກສູດ ທີ່ມີທັງການຝຶກອົບຮົມສຳມະນາສົດ ແລະ ຜ່ານຊ່ອງທາງອອນລາຍ ໂດຍໃຊ້ອິນເຕີເນັດ ສຳລັບນາຍໜ້າໃໝ່
ລົງ​ທະ​ບຽນ​ໄດ້​ທີ https://rentsbuy.com/events/ສຳ​ມະ​ນາ-ນາຍໜ້າອະສັງຫາ-7/

 

Compare listings

比较